ຫົວໜ້າຄະນະຈັດຕັ້ງ ສູນກາງ ໂຕຮຸຍເຣື໋ອ ເຮັດວຽກຢູ່ສະຫະພັນ ລັດເຊຍ

ຫົວໜ້າຄະນະຈັດຕັ້ງ ສູນກາງ ໂຕຮຸຍເຣື໋ອ ເຮັດວຽກຢູ່ສະຫະພັນ ລັດເຊຍ - ảnh 1
(ການ​ນຳ 2 ທ່ານ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບການ​ຂອງ 2 ປະ​ເທດ, 2 ພັກ)

(vovworld) - ​​ໃນ​ໄລຍະ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ, ວັນ​ທີ 23 ຕຸລາ, ຢູ່​ມົດສກູ, ທ່ານ ໂຕ​ຮຸຍ​ເຣື໋ອ, ​ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ Gennady Zyuganov, ປະທານ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ. ການ​ນຳ 2 ທ່ານ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບການ​ຂອງ 2 ປະ​ເທດ, 2 ພັກ ​ແລະ ບັນດາ​ມາດ​ຕະການ​ຍູ້​ແຮງ, ຍົກ​ສູງປະສິດ​ທິຜົນ​​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ເຫັນ​ດີ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ, ບົດຮຽນ​ໃນ​ການ​ປະຕິບັດ​ງານ, ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ກໍ່ສ້າງ​ພັກ​ການ​ຈັດ​ຕັ້ງ. ທ່ານ ໂຕ​ຮຸຍ​ເຣື໋ອ ​ເລຂາ​ສູນ​ກາງ​ພັກ, ຫົ​ວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ຊີ້​ແຈ້​ງວ່າ.

        “ຍາມ​ໃດພັກ​ກອມ​ມູນິດ​ຫວຽດນາມ ກໍ່​ຖື​ການ​ພົວພັນ​ກັບ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ ​ເປັນ​ສຳຄັນ. ພວກ​ເຮົາ​ລ້ວນ​ແຕ່​ມີ​ອຸດົມ​ຄະຕິກອມ​ມູນິດ​ຮ່ວມກັນ, ການ​ພົວພັນ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນດ້ວຍ​ມູນ​ເຊື້ອ​ສະ​ໜິດຕິດ​ພັນ​ມາແຕ່​ດົນ​ນານ. ພວກ​ຂ້າພະ​ເຈົ້າ​​ເຊື່​ອໝັ້ນ​ ​ແລະ ປາດ​ຖະໜາ​ວ່າ ພັກ​ກ​ອມມູນິດ​ສະຫະພັນ​ລັດ​ເຊຍ ຈະ​ນັບ​ມື້​ນັບ​ປັບປຸງ​ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ຕົນ​ໃນ ດູ​ມາ​ ແຫ່ງ​ຊາດ ​ແລະ ​ໃນ​ສັງຄົມ​ລັດ​ເຊຍ”.

        ສ່ວນ​ທ່ານ Zyuganov ​ເນັ້ນ​ໜັກ​ວ່າ ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ຂອງ​ທ່ານ​ປະທານາທິບໍດີ Vladimir Putin, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດສະຫະພັນ​ລັດ​ເຊຍ ​ໃນ​ການ​ໃຫ້​ບຸລິມະສິດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ພະລັງງານ​ໄຟ​ຟ້າ, ​ໄຟຟ້າ​ນິວ​ເຄຼຍ ​ແລະ ນ້ຳມັນ​ອາຍ​ແກ​ດ...

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ໂຕ​ຮຸຍ​ເຣື໋ອ ​ເລຂາ​ສູນ​ກາງ​ພັກ, ຫົ​ວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​​ໄສ​ຢູ່​ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ