ຫົວໜ້າຄະນະຈັດຕັ້ງສູນກາງໂຕຮຸຍເຣື໋ອພົບປະກັບຜູ້ມີສິດເລືອກຕັ້ງນະຄອນບັກນິງ
ທ່ານ ໂຕຮຸຍເຣື໋ອພົບປະກັບຜູ້ມີສິດເລືອກ
ຕັ້ງຕາແສງ ຕ່ຽນອານ, ນະຄອນບັກນິງ
(ພາບ: bacninh.gov.vn)
(vovworld) – ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ຕ່ຽນອານ, ນະຄອນບັກນິງ (ແຂວງ ບັກນິງ) ໃນວັນທີ 15/10, ທ່ານ ໂຕຮຸຍເຣື໋ອ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ຂອບໃຈບັນດາຄຳເຫັນສຸດຈິດສຸດໃຈຂອງຜູ້ມີສິດເລືອກຕັ້ງ, ພ້ອມທັງ ຮັບຮູ້ເພື່ອສ່ອງແສງຕໍ່ສະພາແຫ່ງຊາດໃນກອງປະຊຸມຈະມາເຖິງ. ທ່ານ ໂຕຮຸຍເຣື໋ອ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ພວມມີບັນດາມາດຕະການຕັ້ງໜ້າ ເພື່ອຍົກຈຳນວນຜູ້ແທນສະເພາະກິດ, ແນໃສ່ຍົກສູງຄຸນນະພາບການເຄື່ອນໄຫວເທື່ອລະກ້າວ, ຕອບສະໜອງຄວາມຫວັງຂອງຜູ້ມີສິດເລືອກຕັ້ງທົ່ວປະເທດ. ທ່ານ ໂຕຮຸຍເຣື໋ອ ຢືນຢັນວ່າ: ພັກ, ລັດ ໄດ້ ແລະ ພວມສຸມໃສ່ຊີ້ນຳບັນດາອົງການກ່ຽວຂ້ອງພິຈາລະນາ, ດັດປັບບັນດາບັນຫາທີ່ຍັງບໍ່ໃກ້ຊິດກັບພຶດຕິກຳຕົວຈິງ, ເພື່ອ ສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງໃນໝູ່ປະຊາຊົນ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມໃຫ້ໝັ້ນຄົງ, ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນ.