ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳລາວ
(ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ
ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳລາວ)
(vovworld) – ວັນທີ 29/01, ຢູ່ຮ່າໂນ້ຍ, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ຫງວຽນຮ່ວາບິ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງຍຸຕິທຳລາວ, ໂດຍທ່ານລັດຖະມົນຕີວ່າການ ບຸນເກີດ ສັງສົມສັກ ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນຮ່ວາບິ່ງ ເນັ້ນໜັກວ່າ: ອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະ ອົງການໄອຍະການລາວ ມີສາຍພົວພັນພິເສດ, ໂດຍສະເພາະແມ່ນໃນຂົງເຂດຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ. ພ້ອມທັງ, 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ ເພື່ອແລກປ່ຽນບົດຮຽນ, ວິຊາການ ແລະ ສ້າງກົດໝາຍທີ່ກ່ຽວຂອງເຖິງການເຄື່ອນໄຫວຍຸຕິທຳ. ທ່ານ ຫງວຽນຮ່ວາບິ່ງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນເພື່ອໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາຂົງເຂດເຊິ່ງທັງ 2 ປະເທດມີຄວາມສົນໃຈກໍ່ສ້າງກົດໝາຍ, ບຳລຸງສ້າງພະນັກງານ.
ສ່ວນທ່ານ ບຸນເກີດ ສັງສົມສັກ ຢືນຢັນວ່າ, ລັດຖະບານ ແລະ ກະຊວງຍຸຕິທຳລາວ ຈະເຮັດຈົດສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນພັດທະນາການພົວພັນອັນດີງາມໃນຂົງເຂດຍຸຕິທຳລະຫວ່າງ 2 ປະເທດ.
ກ່ອນໜ້ານັ້ນ, ທີ່ການຕ້ອນຮັບຄະນະພະນັກງານກະຊວງຍຸຕິທຳລາວ ໂດຍທ່ານລັດຖະມົນຕີວ່າການກະຊວງ ຍຸຕິທຳ ບຸນເກີດ ສັງສົມສັກ ນຳໜ້າ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ອວຍພອນສະພາແຫ່ງຊາດ ລາວ ຫາກໍ່ຈັດຕັ້ງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 7 ສຳເລັດຜົນ ດ້ວຍຫຼາຍເນື້ອໃນສຳຄັນສຳລັບການພັດທະນາຂອງປະເທດຊາດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ສປປ ລາວ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີໃຫ້ 2 ຝ່າຍຄວນສືບຕໍ່ເສີມຂະຫຍາຍໝາກຜົນຂອງການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍທີ່ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນໃນບັນດາຂົງເຂດສ້າງກົດໝາຍ ແລະ ຕິດຕາມກວດກາ… ປະກອບສ່ວນນຳການພົວພັນ ຫວຽດນາມ - ລາວ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ສ່ວນທ່ານລັດຖະມົນຕີວ່າການກະຊວງ ຍຸຕິທຳ ບຸນເກີດ ສັງສົມສັກ ສະແດງຄວາມປາດຖະໜາວ່າ: 2 ຝ່າຍສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ແບ່ງປັນບົດຮຽນໃນຂົງເຂດສ້າງກົດໝາຍ, ຈັດຕັ້ງປະຕິບັດກົດໝາຍ, ບຳລຸງສ້າງ, ພະນັກງານຕຸລາ