ຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມ ໄທ

ຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມ ໄທ  - ảnh 1
ພົນ​ໂທ ​ໂດ​ບ໋າ​ຕິ, ຫົວໜ້າ​​ເສນາ​ທິການ​ກອງທັງ​ປະຊາຊົນ ຫວຽດນາມ
(ພາບປະກອບ)

(vovworld) - ວັນ​ທີ 11/8, ຢູ່​ນະຄອນຫຼວງ ບາງ​ກອກ, ຜູ້ບັນຊາ​ການ​ໃຫຍ່​ກອງທັບ ​ໄທ ​ທ່ານ ທະນະ​ສັກ ປະຕິມາຣະກ​ອນ ມີ​ການ​ພົບ​ປະ​ກັບ ພົນ​ໂທ ​ໂດ​ບ໋າ​ຕິ, ຫົວໜ້າ​​ເສນາ​ທິການ​ກອງທັງ​ປະຊາຊົນ ຫວຽດນາມ, ພວມມີ​ການ​ຢ້ຽມຢາມ ​ໄທ ​ເປັນ​ເວລາ 2 ວັນ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​​ຜູ້​ບັນຊາ​ການ​ໃຫຍ່​ກອງທັບ​ປະ​ເທດ​ເຈົ້າພາບ. ທີ່​ການ​ພົບ​ປະ, ຝ່າຍ​ປະ​ເທດ​ເຈົ້າພາບ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະຜູ້​ແທນ ຫວຽດນາມ, ຖື​ນີ້​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ເລື່ອງ​ຮັດ​ແໜ້ນ​ການ​ພົວພັນ​ປ້ອງ​ກັນ​ປະ​ເທດ​ລະ​ຫວ່າງ 2 ຝ່າຍ. ​ເນື່ອງ​ໃນ​ໂອກາດ​ນີ້, ພົນ​ໂທ ​ໂດ​ບ໋າ​ຕິ ​ໄດ້​ເຂົ້າ​ຮ່ວມ​ການສະ​ແດງ​ດົນຕີ​ປະສານ​ສຽງ​ສະ​ເຫຼີມສະຫຼອງ​ວັນ​ເກີດ​ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ໄທ, ​ໂດຍ​ກອງ​ບັນ​ຊາ​ການ​ບັນດາ​ກຳລັງ​ປະກອບ​ອາວຸດ ​ໄທ ຈັດ​ຕັ້ງຂຶ້ນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ພົນ​ໂທ ​ໂດ​ບ໋າ​ຕິ ກໍ່​ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ບາງ​ປະ​ເທດ​ສະມາຊິກ ອາ​ຊຽນ, ​ເພື່ອ​ແນ​ໃສ່​ຊອກ​ຮູ້, ພົວພັນ​ລະຫວ່າງ​ກອງທັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ ອາ​ຊຽນ ໃນ​ປີ 2015.

 

ຂ່າວ/ບົດ​ອື່ນ