ຫ້ອງວ່າການປະທານ ປະເທດປະກາດລັດຖະ ບັນຍັດ 2 ສະບັບ


ຫ້ອງວ່າການປະທານ ປະເທດປະກາດລັດຖະ ບັນຍັດ 2 ສະບັບ - ảnh 1

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ​ບຸ່ຍ​ວັນນາ​ມ

ປະກາດລັດຖະບັນຍັດກ່ຽວ​ກັບ​ຕຳຫຼວດ​ເຄື່ອນ​ທີ່

(ພາບ: cpv.org.vn)

 (vovworld)- ​ ຕອນ​ເຊົ້າວັນ​ທີ 17/3, ຫ້ອງ​ວ່າການ​ປະທານ​ປະ​ເທດ​ ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ ປະກາດ​ລັດຖະບັນຍັດກ່ຽວ​ກັບ​ຕຳຫຼວດ​ເຄື່ອນ​ທີ່ ​ແລະ ລັດຖະບັນ​ຍັດ​ກ່ຽວ​ກັບຂັ້ນຕອນລະບຽບ​ການ​ພິຈາລະນາ, ຕົກລົງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ປັບ​ໄໝການ​ກະທຳ​ຜິດ​ດ້ານ​ບໍລິຫານ​ຢູ່​ສານ ປຊຊ.

    ລັດຖະບັນຍັດກ່ຽວ​ກັບ​ຕຳຫຼວດ​ເຄື່ອນ​ທີ່​ໄດ້​ຮັບ​ການ​ຮັບ​ຮອງເອົາ​ຈາກຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ເມື່ອ​ວັນ​ທີ 23/12/2013, ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/7/2014 ຊື່​ງ​ໄດ້​ກຳນົດ​ກ່ຽວ​ກັບ​ທີ່​ຕັ້ງ, ພາລະ​ໜ້າ​ທີ່, ຫລັການ​ເຄື່ອນ​ໄຫວ. ການສ້າງ​ກຳລັງ​ຂອງຕຳຫຼວດ​ເຄື່ອນ​ທີ່; ໜ້າ​ທີ່​, ສິດ​ອຳນາດຈັດຕັ້ງຂອງຕຳ​ຫຼວດ​ເຄື່ອນ​ທີ່,​ໜ້າ​ທີ່​ຂອງ​ຜູ້​ບັນຊາ​ການ​ຕຳຫຼວດ​ເຄື່ອນ​ທີ່ ​ແລະ ຫົວໜ້າ​ອົງການ​ຕຳຫຼວດ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ…​ສ່ວນລັດຖະບັນ​ຍັດ​ກ່ຽວ​ກັບຂັ້ນຕອນລະບຽບ​ການ​ພິຈາລະນາ, ຕົກລົງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ປັບ​ໄໝການ​ກະທຳ​ຜິດ​ດ້ານ​ບໍລິຫານ​ຢູ່ສານ ປຊຊ ໄດ້​ຮັບ​ການ​ຮັບ​ຮອງເອົາ​ຈາກ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ເມື່ອ​ວັນ​ທີ 20/1/2014, ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ເຊັນ​ປະກາດ​ໃຊ້ ຊື່​ງ​ໄດ້​ຫັນ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບົບ​ກົດໝາຍ, ການ​ປະຕິ​ຮູບ​ຕຸລາການ ​ແລະ ປະຕິ​ຮູບ​ດ້ານ​ບໍລິຫານ, ຮັບປະກັນ​ບັນດາ​ສິດ​ອັນ​ເປັນ​ພື້ນຖານ​ຂອງ​ພົນລະ​ເມືອງ, ສິດທິ​ມະນຸດ​ເປັນ​ລະບຽບ​ກົດໝາຍ​./.

ຂ່າວ/ບົດ​ອື່ນ