ຫ້ອງວ່າການປະທານປະເທດ ປະກາດກົດໝາຍ 12 ສະບັບທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ

(VOVWORLD) - ວັນທີ 12 ກໍລະກົດ, ທີ່ສຳນັກງານປະທານປະເທດ, ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງການປະຊຸມຂ່າວປະກາດກົດໝາຍ 12 ສະບັບທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14.
ຫ້ອງວ່າການປະທານປະເທດ ປະກາດກົດໝາຍ 12 ສະບັບທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ - ảnh 1 ພິທີປະກາດໃນວັນທີ 12 ກໍລະກົດ

ນັ້ນແມ່ນ: ກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົດໝາຍວ່າດ້ວຍການຄຸ້ມຄອງການ ຄ້າຕ່າງປະເທດ, ກົດໝາຍວ່າດ້ວຍທາງລົດໄຟ, ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ,  ກົດໝາຍວ່າດ້ວຍການທ່ອງທ່ຽວ ແລະ ກົດໝາຍວ່າດ້ວຍຊົນລະປະທານ. ກົດໝາຍວ່າດ້ວຍຄວາມຮັບຜິດຊອບຊົດເຊີຍຂອງລັດ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍອາຍາ, ກົດໝາຍວ່າດ້ວຍການໜູນຊ່ວຍດ້ານນິຕິກຳ, ກົດໝາຍວ່າດ້ວຍພິທັກຮັກສາ, ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ອຸປະກອນໜູນຊ່ວຍໜູນຊ່ວຍ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ.

ທີ່ການປະຊຸມຂ່າວ, ຜູ້ຕາງໜ້າບັນດາກະຊວງທີ່ກ່ຽວຂ້ອງໃນຄະນະຮຽບຮຽງ ໄດ້ສະເໜີເນື້ອໃນພື້ນຖານທີ່ສຸດທີ່ກ່ຽວຂ້ອງເຖິງບັນດາກົດໝາຍໄດ້ປະກາດໃຊ້. ໃນນັ້ນ, ເປັນໜ້າສົນໃຈ ແມ່ນກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (ມີຜົນສັກສິດນັບແຕ່ວັນທີ 1/1/2018), ກຳນົດແຈ້ງບັນດາມາດຖານເພື່ອກຳນົດວິສາຫະກິດຂະໜາດນ້ອຍ ແລະ ກາງ. ສຳລັບກົດໝາຍວ່າດ້ວຍຊົນລະປະທານ (ມີຜົນສັກສິດນັບແຕ່ວັນທີ 1/7/2018), ຈຸດໃໝ່ຂອງກົດໝາຍແມ່ນຫັນຈາກກົນໄກ “ຄ່າຊົນລະປະທານ” ເປັນ “ລາຄາຜະລິດຕະພັນ, ການບໍລິການຊົນລະປະທານ”, ມຸ່ງໄປເຖິງການສະໜອງການບໍລິການຊົນລະປະທານດີກ່ວາ.  ກົດໝາຍວ່າດ້ວຍການຖ່າຍທອດ ເຕັກໂນໂລຢີ, ມີຈຸດໃໝ່ແມ່ນເພີ່ມເຕີມພາກໜຶ່ງທີ່ກຳນົດກ່ຽວກັບວຽກງານກວດກາເຕັກໂນໂລຢີ ໂຄງການລົງທຶນເພື່ອສະກັດກັ້ນ, ຍົກເລີກເຕັກໂນໂລຢີ, ອຸປະກອນທີ່ຫຼ້າຫຼັງ ໄດ້ນຳເຂົ້າ ຫວຽດນາມ… ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນທີ 1/7/2018…

ຕອບກັບ

ຂ່າວ/ບົດ​ອື່ນ