ການປະຊຸມຂ່າວປະກາດບັນດາລັດຖະດຳລັດຂອງ
ປະທານປະເທດກ່ຽວກັບກົດໝາຍ 7 ສະບັບ, ມະຕິ 5
(ພາບ: cand.com.vn)
(vovworld) – ຕອນບ່າຍວັນທີ 18/12, ຫ້ອງວ່າການສຳນັກງານປະທານປະເທດຈັດການປະຊຸມຂ່າວປະກາດບັນດາລັດຖະດຳລັດຂອງປະທານປະເທດກ່ຽວກັບກົດໝາຍ 7 ສະບັບ, ມະຕິ 5 ສະບັບ ຊຶ່ງຫາກໍ່ໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 13.
ກົດໝາຍ 7 ສະບັບໄດ້ຮັບການປະກາດຄັ້ງນີ້ລວມມີ: ປະມວນກົດໝາຍແພ່ງ; ປະມວນກົດໝາຍ ອາຍາ; ປະມວນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ; ປະມວນກົດໝາຍວ່າດ້ວຍການດຳເນີນຄະດີ ອາຍາ; ກົດໝາຍວ່າດ້ວຍການກັກຂັງ ແລະ ກັກຕົວຊົ່ວຄາວ; ກົດໝາຍວ່າດ້ວຍອົງການສືບສວນຄະດີອາຍາ. ມະຕິ 5 ສະບັບລວມມີ: ມະຕິກ່ຽວກັບການປະຕິບັດປະມວນກົດໝາຍອາຍາ; ມະຕິກ່ຽວກັບການປະຕິບັດ ລະບອບພະນັກງານ ປະຕິບັດຄຳຕັດສິນຂອງສານແພ່ງ; ມະຕິກ່ຽວກັບການປະຕິບັດປະມວນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ; ມະຕິກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ; ມະຕິກ່ຽວກັບການປະຕິບັດປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ.