ຫ້ອງວ່າການສະພາແຫ່ງຊາດ ປະຕິບັດວຽກງານພັກເປັນຢ່າງດີ
ທ່ານນາງ ຕ່ອງທິຟອງ, ຮອງປະທານສະພາແຫ່ງຊາດ
ພາບ:internet
|
(vovworld)- ຕອນເຊົ້າວັນທີ 18/1 ຢູ່ ຮ່າໂນ້ຍ, ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານພັກປີ 2012, ຜັນຂະຫຍາຍຫນ້າທີ່ປີ 2013. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຕ່ອງທິຟອງ, ຮອງປະທານສະພາແຫ່ງຊາດ ໄດ້ສະເຫນີວ່າ ໃນປີ 2013, ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ ຄວນສຸມໃສ່ຊີ້ນຳນຳພາຢ່າງຂ້ຽວຂາດກວ່າໃນການປະຕິບັດບັນດາຫນ້າທີ່ການເມືອງ, ໃນນັ້ນເປັນຫນ້າເອົາໃຈໃສ່ແມ່ນສືບຕໍ່ປະຕິບັດມະຕິສູນກາງຄັ້ງທີ 4 ຊຸດທີ 11 ຢ່າງມີປະສິດທິຜົນ. ທ່ານນາງຕອ່ງທິຟອງ ກ່າວວ່າ:
“ ສືບຕໍ່ປະຕິບັດມະຕິສູນກາງຄັ້ງທີ 4 ແຕ່ຈຸດສຸມແມ່ນປັບປຸງ, ແກ້ໄຂຄວາມຜິດຜ່ານການຕຳນິຕິຊົມເອງ ແລະ ຕຳນິຕິຊົມເພື່ອນສະຫາຍຂອງໝູ່ຄະນະ ແລະ ສ່ວນບຸກຄົນ. ປະຕິບັດ ບັນດາໝວດມາດຕະການກ່ຽວກັບການຈັດຕັ້ງ, ພະນັກງານ ແລະ ການດຳເນີນຊີວິດການເມືອງ, ຖືວຽກງານຄຸ້ມຄອງພະນັກງານ ແລະ ຄຸນນະພາບການດຳເນີນຊີວິດຂອງອົງຄະນະພັກເປັນສຳຄັນ.”