ຫ້ອງວ່າການສະພາແຫ່ງຊາດແລະຫ້ອງວ່າການລັດຖະບານຮັບເອົາຄຳເຫັນຜູ້ມິດສິດເລືອກຕັ້ງ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
(ພາບ: dinhnam)
(vovworld)- ໃນວັນທີ 9 ມີນາ, ທ່ານ ຫງວຽນຊິງຮຸ່ງ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມຜູ້ມີສິດເລືອກຕັ້ງ ເພື່ອຮັບເອົາ ຄຳເຫັນຂອງຜູ້ມີສິດເລືອກຕັ້ງ ສຳລັບຜູ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 14 ທີ່ຫ້ອງວ່າການສະພາແຫ່ງຊາດ. ການຈັດຕັ້ງກອງປະຊຸມ ຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງ ສຳລັບຜູ້ອອກສະໝັກເລືອກຕັ້ງ ເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ 14 ກຸ່ມຫ້ອງວ່າການສະພາແຫ່ງຊາດ ເປັນໂອກາດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ປຽບທຽບກັບມາດຕະຖານຂອງສະມາຊິກສະພາແຫ່ງຊາດ ເພື່ອໃຫ້ຂໍ້ສັງເກດ, ສະແດງຄວາມໄວ້ວາງໃຈຂອງຕົນ ທີ່ມີຕໍ່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ 14. ກອງປະຊຸມເປັນເອກະພາບສູງ ສຳລັບລາຍຊື່ຜູ້ສະມັກ 77 ທ່ານ ທີ່ຖືກສະເໜີຄັ້ງນີ້.
ໃນວັນດຽວກັນ, ຫ້ອງວ່າການລັດຖະບານ ໄດ້ດຳເນີນກອງປະຊຸມ ຜູ້ມີສິດເລືອກຕັ້ງ ເພື່ອພິຈາລະນາ, ສະເໜີສະມາຊິກຜູ້ສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ 14. ໃນກອງປະຊຸມ, ບັນດາຜູ້ແທນຕີລາຄາວ່າບັນດາຜູ້ສະໝັກເລືອກຕັ້ງ ຂອງຫ້ອງວ່າການລັດຖະບານ ລ້ວນແຕ່ບັນລຸມາດຕະຖານ ຜູ້ສະມັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 14. ຜູ້ມີສິດເລືອກຕັ້ງທຸກໆຄົນ ໄດ້ລົງມະຕິ ຮັບຮອງເອົາ ລາຍຊື່ບັນດາຜູ້ສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດລວມມີ 3 ທ່ານຄື: ທ່ານ ຫງວຽນຊວນຟຸກ ຮອງນາຍົກລັດຖະມົນຕີ, ທ່ານ ຟາມປິ່ງມີງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ຫງວຽນຄັກດີງ ຮອງຫົວໜ້າຫ້ອງວ່າການລັດຖະບານ.