ຫາງສຽງຕໍາໜິຕິຕຽນ ເລື່ອງ ອາເມລິກາ ຖອນຕົວອອກຈາກສັນຍາ ປາຣີ ວ່າດ້ວຍ ການປ່ຽນແປງຂອງດິນຟ້າອາກາດ ປີ 2015

(VOVWORLD) -    ວັນທີ 04 ພະຈິກ, ອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍື່ນໃບສະເໜີ ສປຊ ເພື່ອລາຍງານກ່ຽວກັບການຖອນຕົວອອກຈາກ ສັນຍາ ປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ປີ 2015. 

    ຕາມນັ້ນແລ້ວ, ອາເມລິກາ ຈະຖອນຕົວອອກຈາກ ສັນຍາສະບັບດັ່ງກ່າວຢ່າງເປັນທາງການ ໃນວັນທີ 04 ພະຈິກ 2020, ເຊິ່ງພາຍຫຼັງການປ່ອນບັດເລືອກຕັ້ງປະທານາທິບໍດີ ໜຶ່ງວັນ. ການຕັດສິນໃຈດັ່ງກ່າວຂອງອໍານາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ຖືກຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ຕໍາໜິຕິຕຽນ.

        ກ່າວຄໍາເຫັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 5 ພະຈິກ, ທ່ານ ເກີງສ໋າງ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ປະເທດນີ້ ມີຄວາມເສຍດາຍຕໍ່ການຕັດສິນໃຈຂອງ ອາເມລິກາ, ພ້ອມທັງສະແດງຄວາມຫວັງວ່າ ວໍຊີງຕັນ ອາດຈະແບກຫາບພາລະໜ້າທີ່ສໍາຄັນ ຫຼາຍກວ່າຕື່ມອີກ ເພື່ອປະກອບສ່ວນເຫື່ອແຮງເຂົ້າໃນວິວັດການຮ່ວມມືຫຼາຍຝ່າຍນີ້, ແທນທີ່ໃຫ້ແກ່ການສ້າງພະລັງງານທີ່ບໍ່ດີຕື່ມອີກ”.

ຫາງສຽງຕໍາໜິຕິຕຽນ ເລື່ອງ ອາເມລິກາ ຖອນຕົວອອກຈາກສັນຍາ ປາຣີ ວ່າດ້ວຍ ການປ່ຽນແປງຂອງດິນຟ້າອາກາດ ປີ 2015  - ảnh 1 ທ່ານ Dmitry Peskov ໂຄສົກຂອງທ່ານປະທານາທິບໍດີ ລັດເຊຍ (ພາບ: TTXVN)

ສ່ວນ ທ່ານ Dmitry Peskov ໂຄສົກຂອງທ່ານປະທານາທິບໍດີ ລັດເຊຍ ຖືວ່າ ການຕັດສິນໃຈຂອງ ອາເມລິກາ “ເຮັດໃຫ້ສັນຍາສະບັບດັ່ງກ່າວຊຸດໂຊມລົງຢ່າງຮ້າຍແຮງ” ເພາະວ່າ ອາເມລິກາ ແມ່ນປະເທດທີ່ປ່ອຍອາຍພິດເຮືອນແກ້ວຫຼາຍອັນດັບທີ 2 ໃນໂລກ. ທ່ານກໍເນັ້ນໜັກວ່າ ຖ້າບໍ່ມີການຮ່ວມມືຂອງ ອາເມລິກາ ແມ່ນຍາກທີ່ຈະປຶກສາຫາລືບໍ່ວ່າຂໍ້ຕົກລົງສະບັບໃດທີ່ກ່ຽວຂ້ອງເຖິງອາກາດ”.

        ກ່ຽວກັບບັນຫາດັ່ງກ່າວ, ໃນວັນດຽວກັນ, ທ່ານ Stephane Dujarric ໂຄສົກຂອງ ສປຊ ກໍເຜີຍໃຫ້ຮູ້ຄວາມຕັດສິນໃຈຂອງ ສປຊ ກ່ຽວກັບສັນຍາ ປາຣີ ປີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ປີ 2015 ແມ່ນບໍ່ມີການປ່ຽນແປງຫຍັງທັງນັ້ນ ພາຍຫຼັງການຕັດສິນໃຈຂອງອາເມລິກາ.  

ຕອບກັບ

ຂ່າວ/ບົດ​ອື່ນ