ຫາງສຽງລັດເຊຍ,ເອີລົບຕີລາຄາສູງການຢ້ຽມຢາມລັດເຊຍ,ເບລາຣຸດຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ

ຫາງສຽງລັດເຊຍ,ເອີລົບຕີລາຄາສູງການຢ້ຽມຢາມລັດເຊຍ,ເບລາຣຸດຂອງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ - ảnh 1
ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຢູ່​ສະ​ໜາມ​ບິນ Vnukovo
(ພາບ:
TTXVN)

(vovworld) – ວັນ​ທີ 21/11, ໜັງ​ສື​ພິມ “ຄວາມ​ຈິງ” (Pravda.ru) ຂອງ​ລັດ​ເຊຍ ໄດ້​ໃຫ້​ຂ່າວ​ລວບ​ລວມ​ບັນ​ດາ​ຄຳ​ເຫັນ​ຂອງວົງ​ການ​ການ​ເມືອງ, ນັກ​ຮຽນ​ຮູ້, ນັກ​ຊ່ຽວ​ຊານ ແລະ ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ມິດ​ຕະ​ພາບ​ກັບ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ ສະ​ຫະ​ພັນ ລັດ​ເຊຍ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ. ຕາມນັ້ນ​ແລ້ວ, ການ​ຢ້ຽມ​ຢາມ​ຂອງ​ທ່ານ ຫງວຽນ​ຟູ໋​ຈ້ອງ ໄດ້​ຮັບ​ຖື​ວ່າ​ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

        ໜັງ​ສື​ພິມ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Leonid Kalashnikov, ຮອງ​ປ​ະ​ທານ​ຜູ້​ທີ່​ໜຶ່ງ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ ລັດ​ເຊຍ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ພັກ​ກອມ​ມູ​ນິດ​ສະ​ຫະ​ພັນ ລັດ​ເຊຍ, ​ໃຫ້​ຂໍ້​ສັງ​ເກດວ່າ: ການ​ພົວ​ພັນ​ລະ​ຫ​ວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ມີ​ປະ​ຫວັດ​ສາດ​ຍາວ​ນານ ແລະ ພັດ​ທະ​ນາ​ຢູ່​ລະ​ດັບ​ສູງ. ປະ​ຈຸ​ບັນ​, ການ​ພົວ​ພັນ​ນີ້​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້​ໃນ​ທຸກໆ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ອຸດ​ສາ​ຫະ​ກຳ ແລະ ວັດ​ທະ​ນະ​ທຳ. ໃນ​ຂະ​ນະ​ນັ້ນ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ, ທ່ານ Vladimir Buyanov, ຢັ້ງ​ຢືນ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ ມີ​ລັກ​ສະ​ນະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ສ່ວນ​ນັກ​ຊ່ຽວ​ຊານ ສະ​ພາ​ພົວ​ພັນ​ຕ່າງ​ປະ​ເທດ ລັດ​ເຊຍ, ທ່ານ Anton Svetov, ຖື​ວ່າ: ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ອາ​ຊີ, ຫວຽດ​ນາມ ມີ​ທີ່​ຕັ້ງ​ ​ພົ້ນ​ເດັ່ນ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ລັດ​ເຊຍ ຢູ່​ພາກ​ພື້ນນີ້.

        ສຳ​ນັກ​ຂ່າວ ເອີ​ລົບ Presse Image, ວັນ​ທີ 22/11, ມີ​ບົດ​ຂຽນ​​ຕີ​ລາ​ຄາ​ຕັ້ງ​ໜ້າກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ ລັດ​ເຊຍ ແລະ ສ.ເບ​ລາ​ຣຸດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ.



ຕອບກັບ

ຂ່າວ/ບົດ​ອື່ນ