ຫາງສຽງສັງຄົມເຫັນດີຕໍ່ບັນດາເນື້ອໃນກອງປະຊຸມຄັ້ງທີ 10, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11

ຫາງສຽງສັງຄົມເຫັນດີຕໍ່ບັນດາເນື້ອໃນກອງປະຊຸມຄັ້ງທີ 10, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 - ảnh 1
(​ກອງ​ປະຊຸມ​ຄັ້ງ​ທີ 10, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​
ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11)


(vovworld) – ບັນດາ​ເນື້ອ​ໃນ​ ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ທີ່​ວາລະ​ອັດ​ກອງ​ປະຊຸມ​ຄັ້ງ​ທີ 10, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11, ​ໃນ​ວັນ​ທີ 12/01, ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ.

        ທ່ານ ປະລິຍາ​ເອກ ຫງວຽນ​ວັນ​ຫາວ, ຮອງ​ຫົວ​ໜ້າ​ພະ​ແນ​ກກໍ່ສ້າງ​ພັກ, ສະ​ຖາ​ບັນ​ການ​ເມືອງ ​ເຂດ 3, ນະຄອນ​ດ່າ​ນັ້ງ, ຍົກ​ອອກ​ຄຳ​ເຫັນ ກ່ຽວ​ກັບ​ເນືອ​ໃນ​ບັນດາ​ຮ່າງບົດ​ລາຍ​ງານ​ເອກະສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ທ່ານ ປະລິຍາ​ເອກ ຫງວຽນ​ວັນ​ຫາວ ກ່າວ​ວ່າ.

        “ຮ່າງ​ເອກະສານ​ຈະ​ມາ​ເຖິງ​ນີ້, ຕາມ​ຂ້າພະ​ເຈົ້າ​ແລ້ວ ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ 3 ບັນຫາ​ບຸກ​ທະລຸຄືດັ່ງມະຕິ​ສູນ​ກາງ​ຄັ້ງ​ທີ 10 ​ໄດ້​ເອົາ​ໃຈ​ໃສ່. ຍື່ນ​ຢູ່​ຕໍ່ໜ້າ​ສະພາບ​ການ​ໃໝ່​ດັ່ງກ່າວ, ຕ້ອງ​ສຸມ​ໃສ່​ບັນຫາ​ພັດທະນາ​ເສດ​ຖະກິດ​ສັງຄົມ, ສຸມ​ໃສ່​ກໍ່ສ້າງ​ພັກ ​ແລະ ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 11 ຂອງ​ພັກ ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ ກຳນົດ​ໜ້າ​ທີ່, ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜູ້ນຳ​ໜ້າ. ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຈະ​ມາ​ເຖິງ, ຕາມ​ຂ້າພະ​ເຈົ້າ​ແລ້ວ, ຕ້​ອງ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ບັນຫາ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ”.

        ​ເຫັນ​ດີ​ກັບ​ບັນດາ​ບັນ​ຫາ​ທີ່​ໄດ້​ຮັບຮອງ ​ໃນມະຕິ​ຂອງ​ກອງ​ປະຊຸມ ​ແລະ ບົດ​ກ່າວ​ປາ​ໄສສະຫຼຸບ​ຂອງ​ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ, ອ້າຍ​ ຫງວຽນ​ວັນ​ຈຸ​ງ, ຢູ່​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ​ແມ່ນ​ມີ​ຄວາມ​ສຳຄັນ​ຍິ່ງ, ນຳ​ມາ​ເຊິ່ງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ, ສ້າງ​​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສະກັດ​ກັ້ນ​ແຫຼ່ງຂ່າວ​ທີ່​ຜິດພາດ, ຫວັງ​ມາ້ງ​ເພ, ທຳລາຍ​ຂອງ​ບັນດາ​ອິດທິກຳລັງ​ທີ່​ເປັນ​ປໍ​ລະ​ປັກຢູ່​ພາຍ​ນອກ, ​ເພື່ອ​ຊ່ວຍ​ໃຫ້​ຫວຽດນາມ ຮັກສາ​ຄວາມ​ໝັ້ນຄົງ​ເພື່ອ​ພັດທະນາ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ