ຫາງສຽງສືບຕໍ່ຄັດຄ້ານ ຂໍ້ຕົກລົງຈັດວາງພາສີ ຕ້ານການໜູນຊ່ວຍສຳລັບກຸ້ງຫວຽດນາມ ນຳເຂົ້າຕະຫຼາດອາເມລິກາ

ຫາງສຽງສືບຕໍ່ຄັດຄ້ານ ຂໍ້ຕົກລົງຈັດວາງພາສີ ຕ້ານການໜູນຊ່ວຍສຳລັບກຸ້ງຫວຽດນາມ ນຳເຂົ້າຕະຫຼາດອາເມລິກາ - ảnh 1
(ພາບປະກອບ)

(vovworld) - ກ່ຽວຂ້ອງ​ເຖິງ​ເລື່ອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ຫາ​ກໍ່​ຕົກລົງ​ຈັດ​ວາງ​ພາສີອາກອນຕ້ານ​ການ​ຊ່ວຍ​ໜູນ​ສຳລັບ​ກຸ້ງ​ແຊ​ເຢັນນຳ​ເຂົ້າ​ຈາກ ຫວຽດນາມ, ກົມ​ຄຸ້ມ​ຄອງ​ການ​ແກ້ງ​ແຍ່ງ - ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຢືນຢັນ​ວ່າ ຂໍ້​ຕົກລົງ​ຂອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ບໍ່​ສ່ອງ​ແສງ​ທາດ​​ແທ້​ຂອງ​ເຫດການຢ່າງ​ຄົບ​ຖ້ວນ ກໍ່​ຄື​ສະພາບ​ຕົວ​ຈິ່ງ​ພວມ​ດຳ​ເນີນ​ໄປ​ຢູ່​ຫວຽດນາມ.

        ວັນ​ທີ 15 ສິງຫາ, ​ເມື່ອ​ຕອຍສຳພາດ​ຕໍ່​ນັກ​ຂ່າວ VOV, ທ່ານ​ນາງ ຟ້າ​ມ​ເຮືອງ​ຢາງ, ຮອງ​ຫົວ​ໜ້າ​ພະ​ແນ​ກປ້ອງ​ກັນ​ການ​ຄ້າ, ກົມ​ຄຸ້ມ​ຄອງ​ການ​ແກ້ງ​ແຍ່ງ - ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ, ນັບ​ແຕ່​​ເມື່ອ​ເກີດ​ເຫດການ​ດັ່ງກ່າວ, ຍາມ​ໃດ ລັດຖະບານ​ຫວຽດນາມ ກໍ່​ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ: ບໍ່​ມີ​ການ​ຊ່ວຍໜູນ​ໃດໆ​ໃຫ້​ແກ່​ວິສາ​ຫະກິດ​ຜະລິດ ​ແລະ ການສົ່ງ​ອອ​ກກຸ້ງ​ຫວຽດນາມ. ທ່ານ​ນາງ​ໃຫ້​ຮູ້​ວ່າ.

        “​ໃນ​ວິວັດ​ການ​ສືບສວນ​ເຫດການ​ດັ່ງກ່າວ, ບັນດາ​ວິ​ສາ​ຫະກິດ​ຖືກ​ຟ້ອງ​ຮ້ອງຂອງ​ຫວຽດນາມ ກໍ່​ຄື​ລັດຖະບານ​ຫວຽດນາມ ​ໄດ້​ຮ່ວມ​ມີືຢ່າງ​ຄົບ​ຖວ້ນກັບ​ອົງການ​ສືບສວນ​ຂອງ​ອາ​ເມ​ລິ​ກາ, ​​ເຊິ່ງ​ໄດ້ສະ​ແດງ​ອອກ​ຜ່ານ​ການ​ຕອບ​ຄຳ​ຖາມ​ສືບສວນ​ຖືກ​ກຳນົດ​ເວລາ, ​ໃຫ້ການຮ່ວມ​ມື​​ໃນ​ວິວັດ​ການ​ສືບ​ສວບ​ຢູ່​ກັບ​ທີ່​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ອະທິບາຍ​​ໃຫ້ອາ​ເມ​ລິ​ກາ ​ແລະ ສະໜອງ​ເອກະສານ​ພິສູດ​ໃຫ້​ເຫັນ​ວ່າ ລັດຖະບານ​ຫວຽດນາມ ບໍ່​ຊ່ວຍໜູນ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ກໍ່ບໍ່​ໄດ້​ຮັບ​ການ​ຊ່ວຍ​ໜູນ​ໃດໆຈາກ​ລັດຖະບານ. ​ແຕ່​ວ່າ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ໄດ້​ອອກ​ຄຳ​ຕັດສິນ​ສຸດ​ທ້າຍ​ວ່າ ມີ​ການ​ຊ່ວຍ​ໜູນ ​ແລະ ຈັດ​ວາງ​ພາສີອາກອນ​ຕ້ານ​ການ​ໜູນ​ຊ່ວຍ. ອາດ​ເວົ້າ​​ໄດ້​ວ່າ, ຂໍ້​ສະຫຼຸບ​ດັ່ງກ່າວ​ຂອງ DOC ​ແມ່ນ​ບໍ່​ສ່ອງ​ແສງ​ທາດ​​ແທ້​ຂອງ​ເຫດການຢ່າງ​ຄົບ​ຖ້ວນ ກໍ່​ຄື​ສະພາບ​ຕົວ​ຈິງ​ພວມ​ດຳ​ເນີນ​ໄປ​ຢູ່​ຫວຽດນາມ”.

        ​ແລະ​ກໍ່​ໃນ​ວັນ​ທີ 15 ສິງຫາ, ສະມາຄົມອາຊີບ​ການ​ປະມົງ​ຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງຄັດຄ້ານ​ຂໍ້​ຕົກລົງ​ຈັດ​ວາງ​ພາສີອາກອນ​ຕ້ານ​ການ​ໜູນ​ຊ່ວຍ​ຕໍ່​ຜະລິດ​ຕະພັນ​ກຸ້ງ​ຫວຽດນາມ ທີ່​ນຳ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ. ຕາມ​ທັດສະນະ​ຂອງສະມາຄົມແລ້​ວ, ສະມາຄົມ​ຈັດຫາ​ກຸ້ງ​ທະ​ເລ​ອາ​ເມ​ລິ​ກາ ຈັດ​ວາງ​ພາສີ​ອາກອນຕ້ານ​ການ​ໜູນ​ຊ່ວຍ​ຂອງ​ລັດຖະບານ​ສຳລັບ​ຜະລິດ​ຕະພັນ​ກຸ້ງ​ລ້ຽງ ​ແມ່ນ​ໄຮ້​ເຫດຜົນ ​ແລະ ບໍ່​ເໝາະ​ສົມ​ກັບ​ຂໍ້​ກຳນົດຂອງ​ສັນ​ຍາ​ກ່ຽວ​ກັບ​ຮົ້ວ​ເຕັກນິກໃນ​ການ​ຄ້າ​ຂອງ​ອົງການ​ການ​ຄ້າ​ໂລກ (WTO). ສີ່ງດັ່ງກ່າວ​ສົ່ງຜົນ​ສະທ້ອນຢ່າງ​ຮ້າຍ​ແຮງ​ເຖິງ​ຊີວິດ​ຂອງ​ຄົນ​ງານ 600.000 ຄົນ​ໃນ​ຂະ​ແໜງຜະລິດ​ກຸ້ງ​ຫວຽດນາມ, ສົ່ງ​ຜົນ​ສະທ້ອນ​ທີ່​ບໍ່​ດີ​ເຖິງ​ບໍລິ​ໂພ​ກ​ ອາ​ເມ​ລິ​ກາ ​ແລະ ​ໄປ​ພື້ນ​ກັບ​ທ່າ​ອຽງຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ທີ່​ລັດຖະບານ, ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ 2 ປະ​ເທດ ພວມ​ມານະ​ພະຍາຍາມ​ປະຕິບັດ. ສະມາຄົມ​ຫາ​ປາ ຫວຽດນາມ ຮຽກຮ້ອງ​ໃຫ້​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ຄະນະ​ກຳມະການ​ສືບສວນ​ຕ້ານ​ການ​ໜູນ​ຊ່ວຍ​ຜະລິດ​ຕະພັນ​ກຸ້ງ ຂອງ​ອາ​ເມ​ລິ​ກາ ​ແລະ ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ປະກາດ​ລົບ​ລ້າງ​ຂໍ້​ຕົກລົງ​ດັ່ງກ່າວ​ໂດຍ​ໄວ.
ຂ່າວ/ບົດ​ອື່ນ