ຫາງສຽງສືບຕໍ່ຊົມເຊີຍເລື່ອງຫວຽດນາມໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສປຊ
ສຳນັກງານ ສປຊ ຢູ່ນິວຢອກ
ພາບ:vietnam+
|
(vovworld)- ເລື່ອງຫວຽດນາມກາຍເປັນສະມາຊິກສະພາສິດທິມະນຸດ ສປຊ ສືບຕໍ່ແມ່ນຫົວເລື່ອງທ່ີປະຊາຄົມສາກົນ ແລະ ຫວຽດນາມ ສົນໃຈ. ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ເນັ້ນຫນັກວ່າ: ເລື່ອງຫວຽດນາມໄດ້ຮັບເຂົ້າເປັນສະມາຊິກຂອງສະພາສິດທິມະນຸດ ດ້ວຍບັດເຫັນດີຫລາຍສຸດ ແມ່ນການສະແດງໃຫ້ເຫັນການຮັບຮູ້ຢ່າງກວ້າງຂວາງຂອງສາກົນສຳລັບຜົນງານຮອບດ້ານກ່ຽວກັບການປ່ຽນແປງໃຫມ່ຂອງຫວຽດນາມ. ໃນຂະນະນັ້ນ ທ່ານ ເຈືອງຈ້ອງເຫງ໋ຍ, ຮອງຫົວຫນ້າຄະນະທະນາຍຄວາມນະຄອນ ໂຮ່ຈິມີນ ຖືວ່າ: ດ້ວຍບັດສະຫນັບສະຫນູນຫລາຍສຸດ, ທ່ານເຊື່ອໝັ້ນວ່າ ໂລກມີເຫດຜົນອັນຊອບທຳເພື່ອເລືອກເຟັ້ນຫວຽດນາມເຂົ້າເປັນສະມາຊິກສະພາສິດທິມະນຸດ ສປຊ. ສ່ວນທ່ານ Chuck Searcy, ທະຫານຜ່ານເສີກອາເມລິກາ ດຳລົງຊີວິດຢູ່ ຫວຽດນາມ ແຕ່ປີ 1995 ຖືວ່າ: ພ້ອມກັບເລື່ອງຫວຽດນາມໄດ້ຮັບເຂົ້າເປັນສະມາຊິກສະພາສິດທິມະນຸດ ສປຊ, ລັດຖະບານຫວຽດນາມ ຈະສືບຕໍ່ຊຸກຍູ້ການປົກປ້ອງບັນດາສິດທິມະນຸດພື້ນຖານທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນ ຫວຽດນາມ.