(vovworld) - ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດຄັ້ງທີ 5 ຢູ່ກຳປູເຈຍ ໄດ້ສິ້ນສຸດລົງ, ອົງການສະພາສາກົນບັນດາພັກການເມືອງອາຊີ (ICAPP) ແລະ ສະຫະສະມາຄົມບັນດາພັກປະຊາທິປະໄຕອາຊີ - ປາຊີຟີກ (CAPDI) ໄດ້ຖະແຫຼງວ່າ ການເລືອກຕັ້ງສະພາແຫ່ງຊາດຄັ້ງທີ 5 ຢູ່ກຳປູເຈຍ ໃນວັນທີ 28/07 ຖືກດຳເນີນຢ່າງເສລີ, ຍຸຕິທຳ, ຊັດເຈນ, ກະຈາງແຈ້ງ, ບໍ່ນຳໃຊ້ຄວາມຮຸນແຮງ. ທ່ີການປະຊຸມຂ່າວເຊິ່ງຈັດຕັ້ງຢູ່ນະຄອນຫຼວງພະນົມເປັນ ເມື່ອວັນທີ 29/07, ທ່ານປະທານ CAPDI Jose Devenecia ເນັ້ນໜັກວ່າ ການສະຫຼຸບການເຄື່ອນໄຫວຕິດຕາມການເລືອກຕັ້ງໃຫ້ເຫັນວ່າ ການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ຄັ້ງທີ 5 ສຳເລັດຜົນ; ໝາກຜົນຂອງການເລືອກຕັ້ງໄດ້ສ່ອງແຊງຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາທິປະໄຕຢູ່ກຳປູເຈຍ ໄດ້ຮັບການປັບປຸງ. ໝາກຜົນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ, ພັກປະຊາຊົນກຳປູເຈຍ ຍາດໄດ້ໄຊຊະຊະ ແລະ ຍາດໄດ້ 68 ໃນຈຳນວນ 123 ທີ່ນັ່ງຢູ່ສະພາແຫ່ງຊາດ.