ຫາງສຽງອົດສະຕາລີຕີລາຄາຢ່າງຕັ້ງຫນ້າຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຂອງຫວຽດນາມ
(vovworld)- ຫາງສຽງອົດສະຕາລີຕີລາຄາສູງເລື່ອງຫວຽດນາມຮັບເອົາຄຳເຫັນປະກອບຈາກປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ພ້ອມທັງໃຫ້ຂໍ້ສັງເກດວ່າ ຮ່າງລັດຖະທຳມະນູນສະບັບດັ່ງກ່າວມີຈຸດຕັ້ງຫນ້າຫລາຍຢ່າງຄວນສືບຕໍ່ໄດ້ຮັບການເສີມຂະຫຍາຍ. ທ່ານ ເຈີນບາຟຸກ, ປະທານສະມາຄົມນັກທຸລະກິດຊາວຫວຽດນາອາໄສຢູ່ອົດສະຕາລີ ຢືນຢັນວ່າ: ເລື່ອງຫວຽດນາມ ຮັບເອົາຄຳເຫັນປະກອບຈາກປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ສະແດງໃຫ້ເຫັນສິດຂອງປະຊາຊົນໄດ້ຮັບການເຄົາລົບ ແລະ ຫວຽດນາມ ແມ່ນປະເທດປະຊາທິປະໄຕ. ຕາມທ່ານແລ້ວ, ຮ່າງລັດຖະທຳມະນູນສະບັບດັ່ງກ່າວ ຄວນກຳນົດວ່າ: ຊາວຫວຽ,ນາມ ອາໄສຢູ່ຕ່າງປະເທດກໍ່ໄດ້ຮັບສິດຜົນປະໂຫຍດເຊັ່ນດຽວກັນກັບພົນລະເມືອງຫວຽດນາມ, ຄວນກຳນົດຢ່າງຈະແຈ້ງການປົກປ້ອງພົນລະເມືອງຫວຽດນາມທີ່ອາໄສຢູ່ຕ່າງປະເທດ, ລະບຽບການຂໍຮັກສາສັນຊາດຫວຽດນາມຄວນກຳນົດຢ່າງຈະແຈ້ງກວ່າ ແລະ ງາຍດາຍກວ່າ. ສາດສະດາຈານ Carlyle A Thayyer ຂຶ້ນກັບວິທະຍາຄານປ້ອງກັນຊາດ ອົດສະຕາລີ ຕີລາຄາວ່າ: ເລື່ອງເປັນຄັ້ງທຳອິດຫວຽດນາມຮັບເອົາຄຳເຫັນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງແມ່ນບາດກ້າວຕັ້ງຫນ້າ. ແລະ ທ່ານຍັງໃຫ້ຂໍ້ສັງເກດວ່າ: ມີຫລາຍຈຸດທີ່ຕັ້ງຫນ້າໃນຮ່າງລັດຖະທຳມະນູນສະບັບດັ່ງກ່າວຂອງຫວຽດນາມ, ພົ້ນເດັ່ນແມ່ນ ເລື່ອງຫວຽດນາມສະແດງຄວາມຮັບຜິດຊອບສຳລັບສັນຕິພາບສາກົນເມື່ອຕົກລົງເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບປອດການທະຫານຂອງສປຊ. ສາດສະດາຈານ Carlyle A Thayyer ສະແດງຄວາມເຊື່ອໝັ້ນວ່າ ຮ່າງລັດຖະທຳມະນູນປີ 1992 ຂອງຫວຽດນາມ ຈະບັນລຸຄວາມເຫັນດີເຫັນພ້ອມຈາກທົ່ວປວງຊົນທັງຊາດຢ່າງວອ່ງໄວ.