ຫາງສຽງໂລກກ່າວປະນາມເຫດການວາງລະເບີດຮ້າຍແຮງຢູ່ Lebanon

ຫາງສຽງໂລກກ່າວປະນາມເຫດການວາງລະເບີດຮ້າຍແຮງຢູ່ Lebanon - ảnh 1
​ເຫດ​ການວາງ​ລະ​ເບີດຢ່າງ​ຮ້າຍ​ແຮງຢູ່ ນະຄອນຫຼວງ Beirus ປະ​ເທດ Lebanon
(ພາບ: AP)


(vovworld) -     ຫາງ​ສຽງ​ໂລກ​​ໄດ້ກ່າວ​ປະນາມ​ເຫດ​ການວາງ​ລະ​ເບີດຢ່າງ​ຮ້າຍ​ແຮງຢູ່ ນະຄອນຫຼວງ Beirus ປະ​ເທດ Lebanon ​ໃນ​ວັນ​ທີ 19/10, ​ເຊິ່ງ​ເຮ​ັດ​ໃຫ້​ຢ່າງ​ໜ້ອຍ​ສຸດມີ 8 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ຫົວໜ້າ​ກອງ​ລາ​ຊະການ​ລັບ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ Lebanon Wissam al Hassan ​ແລະ 96 ຄົນ​ຖືກ​ບາດ​ເຈັບ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດລວມທັງ 15 ປະ​ເທດ​ສາມາ​ຊິກ​ໄດ້​ເອີ້ນ​ເຫດການ​ນີ້​ວ່າ “ການ​ກະທຳ​ໂຫດ​ຮ້າຍທີ່​ສຸດ” ​ແລະ ຊຸກຍູ້​ປະຊາຊົນ Lebanon ຮັກສາ​ຄວາມ​ສາມ​ມັກ​ຄີ​ປ່ອງ​ດອງ​ຊາດ ​ເພື່ອ​ຮັບ​ມື​ກັບ​ບັນດາ​ກົນອຸບາຍ​​ຕ້ານ​ທຳລາຍຂອງ​ອິດທິກຳລັງທີ່​ເປັນ​ປໍ​ລະ​ປັກ ທີ່​ຫວັງ​ກໍ​ຄວາ​ມຂາດ​ສະຖຽນ​ລະ​ພາບ​​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ກໍ​ຮຽກຮ້ອງ​ອຳນາດ​ການ​ປົກ​ຄອງ Lebanon ດຳ​ເນີນ​ການ​ສືບສວນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ​ແລະ ບັນດາ​ຝ່າຍຢູ່ປະ​ເທດນີ້ ຕ້ອງ​ລະງັບ​ໃຈ, ຫຼີກ​ລ້ຽງ​ບັນດາ​ການ​ກຳ​ທຳ​ກໍ​ການ​ຮ້າຍປຸກ​ປັ່ນ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Victoria Nuland ​ໄດ້​ກ່າວ​ປະນາມ​ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ ​ແລະ ຖື​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ກໍ​ການ​ຮ້າຍ, ສ່ວນ​ທ່ານ​ປະທານາທິບໍດີ​ຝລ່ັງ Hollande ​ໄດ້​ເລັ່ງລັດ​ບັນດາ​ເຈົ້າ​ໜ້າ​ທີ່ Lebanon ​ປົດ​ປັກ​ຮັກສາ​ປະ​ເທດ​ຊາດ​ຕໍ່ໜ້າ​ທຸກກົນອຸບາຍ​ກໍ​ຄວາມຂາດສະຖຽນ​ລະ​ພາບ.

ຂ່າວ/ບົດ​ອື່ນ