(VOVWORLD) - ນັບແຕ່ບັນທີ 1 ພຶດສະພາ, ບຸນກາຣີ ໄດ້ລົບລ້າງບັນດາຂໍ້ຈຳກັດເຂົ້າເມືອງ ສຳລັບແຂກທ່ອງທ່ຽວສາກົນ.
(ພາບ: TTXVN)
|
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 2 ພຶດສາພາ (ຕາມເວລາ UTC), ໂລກໄດ້ຮັບຮູ້ມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 513,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 6,26 ລ້ານຄົນ.
ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຮ້າຍແຮງກ່ວາໝູ່ຍ້ອນໂລກລະບາດ. ຢືນອັນດັບທີ 2 ແລະ 3 ແມ່ນທະວີບອາຊີ ແລະ ທະວີບອາເມລິກາ. ໃນຂະນະນັ້ນ, ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດ ຖືກຜົນສະທ້ອນຫຼາຍກ່ວາໝູ່ໃນໂລກ.
ຫຼາຍປະເທດໄດ້ເລືອກເອົາວັນທີ 1 ພຶດສະພາ ແມ່ນຈຸດເວລາເລີ່ມນຳໃຊ້ບັນດາຂໍ້ກຳນົດຜ່ອນຜັນ ຫຼືລົບລ້າງຂໍ້ຈຳກັດການປ້ອງກັນໂລກລະບາດ. ຢູ່ເອີລົບ, ນັບແຕ່ບັນທີ 1 ພຶດສະພາ, ບຸນກາຣີ ໄດ້ລົບລ້າງບັນດາຂໍ້ຈຳກັດເຂົ້າເມືອງ ສຳລັບແຂກທ່ອງທ່ຽວສາກົນ. ສ່ວນເຢຍລະມັນ ໄດ້ຢຸດຕິການນຳໃຊ້ຂໍ້ກຳນົດກວດພະຍາດແບບບັງຄັບ ສຳລັບຜູ້ຕິດພະຍາດໂຄວິດ 19.
ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 01 ພຶດສະພາ ຫາເວລາ 16 ໂມງຂອງວັນທີ 02 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 3.123 ຄົນ, ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.090 ຄົນ, ຜູ້ເສຍຊີວິດ 2 ຄົນ.