ຫຼາຍປະເທດມີຄວາມວິຕົກກັງວົນຕໍ່ລັດຖະດຳລັດກ່ຽວກັບການເຂົ້າເມືອງສະບັບໃໝ່ຂອງອາເມລິກາ
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 07/03, ອີຣານ ໃຫ້ຮູ້ວ່າ ຈະສືບຕໍ່ຫ້າມພົນລະເມືອງອາເມລິກາ ເຂົ້າເມືອງອີຣານ ເພື່ອໂຕ້ຕອບລັດຖະດຳລັດສະບັບໃໝ່ຂອງປະທານາທິບໍດີອາເມລິກາ Donald Trump ແນໃສ່ບັນດາປະເທດມີຊາວມຸດສະລິມກວມສ່ວນຫຼາຍ. ກະຊວງການຕ່າງປະເທດອີຣານ ໄດ້ກ່າວປະນາມລັດຖະດຳລັດສະບັບໃໝ່ຂອງອາເມລິກາ ແມ່ນ “ຜິດກັບກົດໝາຍ, ຜິດກັບກົດເກນ ແລະ ໄປຝືນກັບບັນດາຂໍ້ກຳນົດຂອງສາກົນ”. ທ່ານປະທານາທິບໍດີຄົນໃໝ່ຂອງໂຊມາເລຍ Mohamed Abdullahi Mohamed ກໍ່ອອກສຽງຕຳໜິຕິຕຽນ ແລະ ຮຽກຮ້ອງໃຫ້ຍົກເລີກລັດຖະດຳລັດນີ້. ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ຊູດັງ ກໍ່ຄັດຄ້ານລັດຖະດຳລັດຫ້າມເຂົ້າເມືອງສະບັບປັບປຸງດັ່ງກ່າວ. ໃນຖະແຫຼງການສະບັບໜຶ່ງ, ກະຊວງການຕ່າງປະເທດຊູດັງ ອີກເທື່ອໜຶ່ງໄດ້ສະແດງຄວາມຜິດຫວັງຍ້ອນລັດຖະດຳລັດສະບັບປັບປຸງ ທີ່ໄດ້ຍົກອອກມາ ໂດຍບໍ່ຫົວຊາຕໍ່ເລື່ອງ Khartoum ພວມເຈລະຈາກັບວໍຊິງຕັນ ກ່ຽວກັບບັນດາຄວາມມານະພະຍາຍາມຕ້ານລັດທິກໍ່ການຮ້າຍໃນພາກພື້ນ ແລະ ສາກົນ.
ກ່ອນໜ້ານັ້ນ, ວັນທີ 06/03 (ຕາມເວລາອາເມລິກາ), ທ່ານປະທານາທິບໍດີ Trump ໄດ້ລົງນາມໃນລັດຖະດຳລັດເຂົ້າເມືອງຊົ່ວຄາວສະບັບໃໝ່, ພາຍຫຼັງລັດຖະດຳລັດສະບັບທຳອິດຂອງທ່ານຖືກສານສະກັດກັ້ນ.