ຫຼາຍປະເທດຮຽກຮ້ອງໃຫ້ອາເມລິກາອະທິບາຍກ່ຽວກັບການເຄື່ອນໄຫວສອບແນມ
(ພາບປະກອບຈາກ AFP)
(vovworld) - ວັນທີ 31/10, ຈີນ, ອິນໂດເນເຊຍ, ປາກິດສະຖານ ແລະ ໂຮນລັງ ໄດ້ຮຽກຮ້ອງໃຫ້ ອາເມລີກາ ມີຄຳອະທິບາຍພາຍຫຼັງກຸ່ມບໍລິສັດສື່ສານ Fairfax Media ແລະ ໜັງສືພິມ “Sydney Morning Herald” ຂອງອົດສະຕາລີ ໄດ້ໃຫ້ຂ່າວບັນດາສະຖານທູດຂອງ ອົກສະຕາລີ ປະຈຳ ອາຊີ, ແຕ່ Jakarta, ບັງກອກ… ຕະຫຼອດຮອດ ບັກກິ່ງ, ພວມຖືກໃຊ້ເປັນສະຖານທີ່ຮັບໃຊ້ລາຍການສອບແນມຂອງອົງການປ້ອງກັນຄວາມສະຫງົບ ອາເມລິກາ.
ກ່າວຄຳເຫັນທີ່ການປະຊຸມຂ່າວເປັນປະຈຳ, ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານນາງ . ສະແດງຄວາມວິຕົກກັງວົນຕໍ່ແຫຼ່ງຂ່າວດັ່ງກ່າວ ແລະ ສະເໜີໃຫ້ ອາເມລິກາ ພ້ອມກັບບັນດາປະເທດພັນທະມິດມີການອະທິບາຍຢ່າງລະອຽດ. ທ່ານນາງເນັ້ນໜັກວ່າ: ບັງກິ່ງ ຫວັງວ່າ Canberra ອາດຈະມີການສົບທົບຢ່າງແໜ້ນແຟ້ນເພື່ອແກ້ໄຂບັນຫານີ້.
ໃນແຈ້ງການທີ່ຍົກອອກມາໃນວັນທີ 31/10, ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Marty Natalegawa ຢືນຢັນວ່າ: Jakarta ບໍ່ສາມາດຮັບຮູ້ ແລະ ຄັດຄ້ານບັນດາແຫຼ່ງຂ່າວກ່ຽວກັບເລື່ອງ ອາເມລິກາ ໄດ້ຕັ້ງອຸປະກອນລັກຟັງໂທລະສັບຢູ່ສະຖານທູດ ອາເມລິກາ ປະຈຳປະເທດນີ້ຢ່າງແຮງ. ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທາງໂທລະພາບ, ລັດຖະມົນຕີກະຊວງພາຍໃນ ໂຮນລັງ ທ່ານ Ronald Plasterl ຢືນຢັນບໍ່ສາມາດຮັບຮູ້ປະເທດພັນທະມິດທີ່ບໍ່ເຄົາລົບນັບຖືກົດໝາຍ ໂຮນລັງໄດ້.