ຫຼາຍປະເທດໃນໂລກກ່າວປະນາມເຫດບຸກໂຈມຕີໂຮງແຮມຢູ່ Burkia Faso
ຫຼາຍປະເທດໃນໂລກກ່າວປະນາມເຫດບຸກໂຈມຕີໂຮງແຮມຢູ່ Burkia Faso
(ພາບປະກອບ: News Grio)
(vovworld) – ທ່ານເອກອັກຄະລັດຖະທູດຝລັ່ງ ປະຈຳ Burkia Faso, Gilles Thibault ໃຫ້ຮູ້ວ່າ, ຕົວປະກັນ 150 ຄົນທີ່ມາຈາກ 18 ປະເທດ ໄດ້ຮັບການກອບກູຊີວິດຈາກສະຖານທີ່ບຸກໂຈມຕີຢູ່ໂຮງແຮມ Splendid ແລ້ວ. ກໍຕາມທ່ານ Thibault ແລ້ວ, ມີ 27 ຄົນເສຍຊີວິດໃນເຫດບຸກໂຈມຕີດັ່ງກ່າວ.
ທ່ານນາງເລຂາທິການໃຫຍ່ອົງການສາກົນໃຊ້ພາສາຝລັ່ງ Michaelle Jean ໄດ້ກ່າວປະນາມຢ່າງຮຸນແຮງບັນດາເຫດບຸກໂຈມຕີກໍ່ການຮ້າຍຢູ່ນະຄອນຫຼວງ Ouagadoigou ຂອງ Burkia Faso. ທ່ານນາງໃຫ້ຮູ້ວ່າ, ບັນດາການບຸກໂຈມຕີ ບໍ່ສາມາດເຮັດໃຫ້ປ່ຽນແປງຄວາມຕັດສິນໃຈຂອງປະຊາຄົມໂລກ ທີ່ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ Burkia Faso ໃນການຕ້ານຄືນໄພນາບຂູ່ກໍ່ການຮ້າຍ. ໂຄສົກກະຊວງການຕ່າງປະເທດອາເມລິກາ John Kirby ຖະແຫຼງວ່າ, ອາເມລິກາ ກ່າວປະນາມຢ່າງຮຸນແຮງບັນດາເຫດບຸກໂຈມຕີ ຢູ່ Ouagadoigou, ພ້ອມທັງສົ່ງຄຳແບ່ງເປົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງບັນດາຄອບຄົວຜູ້ຖືກເຄາະຮ້າຍ.
ສ່ວນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon, ທ່ານນາຍົກລັດຖະມົນຕີການາດາ Justin Trueau ກໍໄດ້ກ່າວປະນາມການບຸກໂຈມຕີຢ່າງຮຸນແຮງ.