ອັງກິດ, ຍີ່ປຸ່ນ ເຫັນດີຍູ້ໄວບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ

(VOVWORLD) - ວັນທີ 31 ສິງຫາ,ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຖະແຫຼງວ່າ ປະເທດນີ້ ແລະ ຍີ່ປຸ່ນ ຈະສົມທົບກັນເຄື່ອນໄຫວ
ອັງກິດ, ຍີ່ປຸ່ນ ເຫັນດີຍູ້ໄວບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ - ảnh 1ສປປ.ເກົາຫຼີ ຫາກໍ່ຍິງລູກສອນໄຟນຳວິຖີໄປຜ່ານພາກເໜືອ ຍີ່ປຸ່ນ (ພາບ: EPA/TTXVN )

ແນໃສ່ຍູ້ໄວການປະຕິບັດບັນດາມາດຕະການລົງໂທດແນໃສ່ໂຄງການອາວຸດນິວເຄຼຍຂອງ ສປປ.ເກົາຫຼີ ພາຍຫລັງເຫດຍິງລູກສອນໄຟຄັ້ງຫຼ້າສຸດ ໄປຜ່ານຜືນແຜ່ນດິນ ຍີ່ປຸ່ນ ຂອງ ພຽງຢາງ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານນາງນາຍົກລັດຖະມົນຕີ May ໄດ້ຕຳໜິຕິຕຽນເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ແມ່ນການກະທຳລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານນາງ May ໃຫ້ຮູ້ວ່າ: ທ່ານ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe ໄດ້ເຫັນດີເປັນເອກະພາບ ຈະພ້ອມກັນມີການກະທຳ ແລະ ຈະຮ່ວມມືກັບບັນດາປະເທດອື່ນໆ ແນໃສ່ເພີ່ມຄວາມດັນຕໍ່ ສປປ.ເກົາຫຼີ, ໃນນັ້ນ ລວມມີທັງເລື່ອງຍູ້ໄວການປະຕິບັດບັນດາຄຳສັ່ງລົງໂທດ. ທ່ານນາງນາຍົກລັດຖະມົນຕີ ອັງກິດ ພວມມີການຢ້ຽມຢາມ ຍີ່ປຸ່ນ, ແມ່ນການກະທຳທີ່ສະແດງໃຫ້ເຫັນນ້ຳໃຈສາມັກຄີກັບ ຍີ່ປຸ່ນ ໃນສະພາວະ ສປປ.ເກົາຫຼີ ຫາກໍ່ຍິງລູກສອນໄຟນຳວິຖີໄປຜ່ານພາກເໜືອ ຍີ່ປຸ່ນ ກ່ອນທີ່ຕົກ ລົງສູ່ມະຫາສະມຸດປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ