ອັງກິດ ຢືນຢັນວ່າ, ຄະນະຜູ້ຕາງໜ້າອີຢູ ຈະໄດ້ຮັບສິດພິເສດ ແລະ ສິດຍົກເວັ້ນ

(VOVWORLD) -ຄະນະຜູ້ຕາງໜ້າ ແລະ ພາລະກອນຂອງອີຢູ ຈະໄດ້ຮັບສິດພິເສດ ແລະ ສິດຍົກເວັ້ນທີ່ຈຳເປັນ ເພື່ອອະນຸຍາດໃຫ້ເຂົາເຈົ້າປະຕິບັດໜ້າທີ່ຢູ່ລາຊະອານາຈັກອັງກິດ ຢ່າງມີປະສິດທິຜົນ.
ອັງກິດ ຢືນຢັນວ່າ, ຄະນະຜູ້ຕາງໜ້າອີຢູ ຈະໄດ້ຮັບສິດພິເສດ ແລະ ສິດຍົກເວັ້ນ - ảnh 1(ພາບປະກອບ: Reuters)

ວັນທີ 21 ມັງກອນ, ໂຄສົກຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໃຫ້ຮູ້ວ່າ, ຄະນະຜູ້ຕາງໜ້າຂອງສະຫະພາບເອີລົບ (ອີຢູ) ທີ່ມາອັງກິດ ຈະໄດ້ຮັບບັນດາສິດພິເສດ ແລະ ສິດຍົກເວັ້ນທີ່ຈຳເປັນ ເພື່ອສາມາດປະຕິບັດໜ້າທີ່ຂອງຕົນ.

        ເມື່ອຕອບຄຳຖາມຕໍ່ວົງການນັກຂ່າວ, ໂຄສົກທ່ານດັ່ງກ່າວໃຫ້ຮູ້ວ່າ: “ຄະນະຜູ້ຕາງໜ້າ ແລະ ພາລະກອນຂອງອີຢູ ຈະໄດ້ຮັບສິດພິເສດ ແລະ ສິດຍົກເວັ້ນທີ່ຈຳເປັນ ເພື່ອອະນຸຍາດໃຫ້ເຂົາເຈົ້າປະຕິບັດໜ້າທີ່ຢູ່ລາຊະອານາຈັກອັງກິດ ຢ່າງມີປະສິດທິຜົນ”. ທ່ານເນັ້ນໜັກວ່າ: “ໃນຕົວຈິງຖ້າຫາກຖືກຕ້ອງຕາມຄວາມໝາຍແລ້ວ ອີຢູ ແມ່ນກຸ່ມບັນດາປະເທດ, ຫາກບໍ່ແມ່ນປະເທດດຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ