ອັງກິດ ສົ່ງເສີມບັນດານັກ ລົງທຶນເຂົ້າຫວຽດນາມ

ອັງກິດ ສົ່ງເສີມບັນດານັກ ລົງທຶນເຂົ້າຫວຽດນາມ - ảnh 1
ບັນດາ​ນັກ​ລົງທຶນ​ເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ
( ພາບ: baotintuc.vn )


(vovworld) -     ກອງ​ປະຊຸມ​ສຳ​ມະ​ນາ “ກາລະ​ໂອກາດ​ດຳ​ເນີນທຸ​ລະ​ກິດ ​ແລະ ລົງທຶນ​ຫວຽດນາມ - ອັງກິດ” ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ລອນ​ດອນ ​ໃນ​ວັນ​ທີ 14/8, ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ລາຊະ​ອານາຈັກ​ອັງກິດ ​ແລະ ອາຍ​ແລນ​ເໜືອ ສົມທົບ​ກັບ​ສະມາຄົມ​ດຳ​ເນີນ​ທຸ​ລະ​ກິດ​ອັງກິດ - ອາ​ຊຽນ (UKABC) ຈັດ​ຕັ້ງຂຶ້ນ, ​ເນື່ອງ​ໃນ​ໂອກາດ​ຄະນະ​ປະຕິບັດ​ງານ​ຂອງ​ນະຄອນ​ຮ່າ​ໂນ້ຍ ​ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ Nguyen Huy Tuong ນຳ​ໜ້າ ​​ໄປ​ຢ້ຽມຢາມ​ອັງກິດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Paul Smith, ຜູ້ອຳ​ນວຍການບໍລິສັດ Harvey Nash,                   ທີ່​ສະ​ໜອງ​ການ​ບໍລິການ​ຊອບ​ແວວດ້ວຍ 100% ​ເງິນ​ລົງທຶນ​ຂອງ​ອັງກິດ, ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ, ​​ໄດ້​​ສົ່ງເສີມ​ບັນດາ​ວິ​ສາ​ຫະກິດ​ອັງກິດ ຊອກ​ຫາ​ກາລະ​ໂອກາດ​ທຳ​ມະຫາ​ກິນ​ຢູ່​ຫວຽ​ດນາມ ​ເພາະ​ຫວຽດນາມ ​ແມ່ນຕະຫຼາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມຊ້ອນ​ຫຼາຍ​ຢ່າງ.

ສ່ວນ​ທ່ານ Nguyen Huy Tuong ກໍ​ໃຫ້​ຮູ້​ວ່າ, ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ຈຸດ​ສຸມ ທີ່​ໄດ້​ຍົກ​ອອກ​ມາ​ໃນ​ຖະ​ແຫຼງການ​ຮ່ວມກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ອັງກິດ ​ແລະ ຫວຽດນາມ, ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 9/2010. ​ໃນ​ຈຳນວນ 158 ​ໂຄງການ​ຂອງ​ອັງກິດ ​ເຊິ່ງພວມລົງທຶນຢູ່​ຫວຽດນາມ, ມີ​ພຽງ 34 ​ໂຄງການ​ດ້ວຍ​ຈຳນວນ​​ເງິນລົງທຶນ​ເຂົ້າ​ນະຄອນຮ່າໂນ້ຍ ມີພຽງ 67 ລ້ານ USD ​ເທົ່າ​ນັ້ນ. ທ່ານ Nguyen Huy Tuong ຫວັງ​ວ່າ ບັນດາ​ວິ​ສາ​ຫະກິດ​ອັງກິດ ຈະລົງທຶນ​ເຂົ້າ​ນະຄອນຮ່າ​ໂນ້ຍ ​ໃນ​ຫຼາຍ​ຂົງ​ເຂດ​ກວ່າ​ອີກ ຄື: ການ​ຄ້າ, ທະນາຄານ, ປະກັນ​ໄພ, ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ສຶກສາ ​ແລະ ສາທາລະນະ​ສຸກ.

ຂ່າວ/ບົດ​ອື່ນ