(VOVWORLD) - ອັງກິດ ຖະແຫຼງສະໜັບສະໜູນເປີດກວ້າງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນ, ມີທີ່ນັ່ງປະຈຳການໃຫ້ແກ່ ອາຟະລິກາ
(ພາບປະກອບ: TTXVN)
|
ວັນທີ 29 ມິຖຸນາ, ອັງກິດ ຖະແຫຼງສະໜັບສະໜູນເປີດກວ້າງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນ, ມີທີ່ນັ່ງປະຈຳການໃຫ້ແກ່ ອາຟະລິກາ, ເພື່ອສ່ອງແສງສະພາບການຕົວຈິງ ແລະ ອະນາຄົດຂອງໂລກ. ກ່າວຄຳເຫັນທີ່ສະຖາບັນຄົ້ນຄວ້າ Chatham House, ຢູ່ນະຄອນຫຼວງ ລອນດອນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly ເນັ້ນໜັກວ່າ, ປະເທດນີ້ຢາກເຫັນ ອາຟະລິກາ ມີຜູ້ຕາງໜ້າປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ນອກນັ້ນ, ອິນເດຍ, ບຣາຊິນ, ເຢຍລະມັນ ແລະ ຍີ່ປຸ່ນ ກໍ່ຄວນມີທີ່ນັ່ງປະຈຳການໃນສະພາຄວາມໝັ້ນຄົງສະຫະປະຊາຊາດ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ສະແດງການສະໜັບສະໜູນສະພາຄວາມໝັ້ນຄົງສະຫະປະຊາຊາດ ເປີດກວ້າງສຳລັບຜູ້ຕາງໜ້າທີ່ມາຈາກ ອາຟະລິກາ ແລະ ມີທີ່ນັ່ງຜູ້ປະຈຳການໃຫ້ແກ່ພາກພື້ນ ອາເມລິກາ ລາຕິນ ນີ້.