ອັງ​ກິດ ​ຮຽກ​ຕົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣານ ​ເພື່ອ​ຄັ​ດ​ຄ້ານເຫດ​ກັກ​ຕົວ ນັກ​ການ​ທູດ​ຂອງ ປະ​ເທດນີ້ ຢູ່ ເຕ​ເຮ​ຣານ

(VOVWORLD) -ວັນທີ 13 ມັງກອນ, ກະຊວງການຕ່າງປະເທດອັງກິດໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ລອນດອນ ເພື່ອ ຄັດຄ້ານເລື່ອງປະເທດນີ້ກັກຕົວທ່ານ Rob Macaire ເອກອັກຄະລັດຖະທູດ ອັງກິດ ປະຈຳ ເຕເຮຣານ ໃນທ້າຍອາທິດຜ່ານມາ. 
ອັງ​ກິດ ​ຮຽກ​ຕົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣານ ​ເພື່ອ​ຄັ​ດ​ຄ້ານເຫດ​ກັກ​ຕົວ ນັກ​ການ​ທູດ​ຂອງ ປະ​ເທດນີ້ ຢູ່ ເຕ​ເຮ​ຣານ - ảnh 1 ທ່ານ Rob Macaire ເອກອັກຄະລັດຖະທູດ ອັງກິດ ປະຈຳ ອີຣານ (ພາບ: RNA/TTXVN)

ຕາມ ໂຄສົກຂອງ ນາຍົກລັດຖະມົນຕີ ອັງກິດ ແລ້ວ, ເລື່ອງ ອີຣານ ກັກຕົວນັກການທູດອັງກິດແມ່ນການລະເມີດສົນທິສັນຍາ Vienna, ເຊິ່ງແມ່ນການກະທຳທີ່ບໍ່ອາດ ຮັບຮູ້ໄດ້ ແລະ ຕ້ອງດຳເນີນການສືບສວນເຫດການນີ້ິ້. ໂຄສົກ ທ່ານນີ້ໄດ້ຊີ້ແຈ້ງວ່າ ລອນດອນພວມຊອກຫາທຸກໆການຮັບປະກັນວ່າ ເຫດການທີ່ຄ້າຍຄືກັນຈະບໍ່ເກີດຂຶ້ນອີກ.

ທ່ານ Rob Macaire ເອກອັກຄະລັດຖະທູດ ອັງກິດ ປະຈຳ ອີຣານ ຖືກກັກຕົວໃນວັນທີ 11 ມັງກອນ ພາຍຫຼັງ ການແຫ່ຂະບວນປະທ້ວງທີ່ເກີດຂຶ້ນຢູ່ ພິທີອາໄລຫາ 176 ຄົນຖືກເສຍຊີວິດ ໃນເຫດເຮືອບິນຂົນສົ່ງໂດຍສານຂອງ ຢູແກຼນ ຖືກຍິງ ຕົກ ຢູ່ ເຕເຮຣານໃນອາທິດຜ່ານມາ. ວົງການເຈົ້າໜ້າທີ່ ອີຣານ ກໍ່ຢັ້ງຢືນການກັກຕົວນັກການທູດ, ແຕ່ກໍ່ໃຫ້ຮູ້ວ່າ ທ່ານນີ້ ຈະໄດ້ຮັບອິດສະຫຼະພາບໂດຍໄວ ພາຍຫຼັງໄດ້ຮັບການພິສູດ ຢັ້ງຢືນ

ຕອບກັບ

ຂ່າວ/ບົດ​ອື່ນ