ອັງກິດ ແລະ ຝະລັ່ງຈະໃຫ້ການຊ່ວຍເຫຼືອດ່ວນແກ່ອີຣັກ

ອັງກິດ ແລະ ຝະລັ່ງຈະໃຫ້ການຊ່ວຍເຫຼືອດ່ວນແກ່ອີຣັກ - ảnh 1
ລັດຖະມົນຕີ​ການ​ຕ່າງ​ປະ​ເທດອັງກິດ  Philip Hammond

(vovworld)-ອັງກິດ ​ແລ​ະ ຝະລັ່ງຈະສົມທົບ​ກັບ​ອາ​ເມ​ລິ​ກາ​ໃຫ້ການ​ຊ່ວຍ​ເຫຼືອ​ມະນຸດສະທຳແກ່ປະຊາຊົນ​ອີຣັກ ຍ້ອນ​ຖືກ​ຮັບ​ຜົນ​ສະທ້ອນ​ຈາກ​ການ​ປະ​ທະ​ກັນ. ລັດຖະມົນຕີ​ການ​ຕ່າງ​ປະ​ເທດອັງກິດ  Philip Hammond ໃຫ້ຮູ້ເມື່ອວັນທີ 9/8 ວ່າບັນດາ​ງວດ​ສິນຄ້າ​ຊ່ວຍ​ເຫຼືອ​ດ່ວນ​ຄັ້ງ​ທຳ​ອິດ​ຂອງ​ອັງກິດ ລວມມີ ນ້ຳ​ດື່ມ, ຜ້າ​ກັ້ງ​. ຄາດ​ວ່່າຈະ​ຖືກ​ສົ່ງ​ເຖິງ​ອີຣັກ​ໃນ​ໄວໆ​ນີ້ ​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ເຜົ່າ Yazidi ພວມ​ຖືກ​ຕິດ​ຄ້າງ​​ເທິ່ງພູ Sinjar ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ພາຍຫຼັງ​ທີ່​ບັນດາ​ມື​ປືນ​ຂອງ​ລັດ​ອິດສະ​ລາມ​ນາມ​ຂູ່​ຈະ​ສັງຫານ​ຜູ້​ຄົນ​ເຫຼົ່າ​ນັ້ນ. ​ໃນ​ວັນ​ດຽວ​ກັນ ປະທານາທິບໍດີ ຝະລັ່ງ Hollande ກໍ​ປະກາດ​ວ່າ ປະ​ເທດ​ນີ້​ຈະ​ສົ່ງ​ເຄື່ອງ​ບັນ​ເທົ່າ​ທຸກ​ເຖິງ​ອີກຣັກ​ໃນ​ໄວໆ​ນີ້. 

ຂ່າວ/ບົດ​ອື່ນ