ອັງກິດຖະແຫຼງບໍ່ມີແຜນການຜັນຂະຫຍາຍພົນທະຫານເຖິງລີບີ

ອັງກິດຖະແຫຼງບໍ່ມີແຜນການຜັນຂະຫຍາຍພົນທະຫານເຖິງລີບີ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​
ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ Philip Hammond
(ພາບ: AP)

(vovworld) - ອັງ​ກິດບໍ່​ມີ​ແຜນ​ການ​ຈັດ​ສົ່ງ​ພົນ​ທ​ະ​ຫານ​ເຖິງ​ລີ​ບີ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ Philip Hammond ໄດ້​ຢືນ​ຢັນ​ຄື​ແນວນັ້ນ​ເມື່ອ​ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​​ຂ​່າວ​​ສື່ມວນ​ຊົນ ແລະ ຖື​ວ່າ ບັນ​ດາ​ກຳ​ລັງ​ທະ​ຫານ​ພິ​ເສດ​ອັງ​ກິດ ພວ​ມ​ຜັນ​ຂະ​ຫຍາຍ​ຢູ່​ປະ​ເທດອາ​ຟະ​ລິ​ກາ​ເໜືອນີ້. ກ່າວ​ຄຳ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ, ພາຍ​ຫຼັງ​ກັບ​ເມືອ​ຈາກ Tripoli, ທ່ານ Philip Hammond ໃຫ້​ຮູ້​ວ່າ ອັງ​ກິດ ບໍ່​ໄດ້​ຮັບ​ຄຳ​ສະ​ເໜີ​ໃດໆ​ຈາກ​ລັດ​ຖະ​ບານ​ສະ​ມັກ​ຄີ​ຊົນ​ຊາດ (GNA) ລີ​ບີ ໂດຍ​ສະຫະ​ປະ​ຊາ​ຊາດ​ປົກ​ປ້ອງ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ກຳ​ລັງ​ຕໍ່​ສູ້​ຢູ່​ຕ່າງ​ປະ​ເທດ ເພື່ອ​ແນ​ໃສ່​ຕ້ານ​ກຸ່ມ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື​່​ເອງ ຫຼື ບັນ​ດາ​ກຸ່ມ​ປະ​ກອບ​ອາ​ວຸດ​ອື່ນໆ. ອັງ​ກິດ ກໍ່​ບໍ່​ມີ​ແຜນ​ການ​ຜັນ​ຂະ​ຫຍາຍ​ພົນ​ທະ​ຫານ​ເພື່ອ​ຮັບ​ບົດ​ບາດ​ຄື​ແນວນັ້ນ.

ຂ່າວ/ບົດ​ອື່ນ