ອັງກິດ:ນາຍົກລັດຖະມົນຕີDavid Cameron ສັບຊ້ອນຄະນະລັດຖະບານໃໝ່ສຳເລັດຜົນ
ທ່ານນາຍົກລັດຖະມົນຕີ ອັງກິດ David Cameron
(ພາບ: AFP/TTXVN)
|
(vovworld) – ຄະນະລັດຖະບານໃໝ່ຂອງລັດຖະບານ ອັງກິດ ຈະສະເໜີຕົວໃນວັນທີ 12/5. ກ່າວຄຳເຫັນທີ່ຄະນະກຳມະການ 1922 ເມື່ອວັນທີ 11/5, ພາຍຫຼັງການສັບຊ້ອນຄະນະລັດຖະບານໃໝ່ສຳເລັດຜົນ, ທ່ານນາຍົກລັດຖະມົນຕີ Cameron ຖະແຫຼງທ່ານຢາກສຸມໃສ່ເຂົ້າໃນວິໄສທັດຕັ້ງໜ້າຂອງອະນາຄົດ, ໃນນັ້ນຄວາມຮັບຜິດຊອບຂອງພັກນິຍົມຮັກສາເດີມແມ່ນນຳພື້ນຖານເສດຖະກິດ ອັງກິດ ໄປຖືກທິດ ແລະ ນຳປະເທດ ອັງກິດ ກັບຄືນສູ່ທີ່ຕັ້ງບົດບາດຂອງມັນ.
ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ສັບຊ້ອນຄະນະລັດຖະບານໃໝ່ສຳເລັດຜົນພາຍຫຼັງພັກນິຍົມຮັກສາເດີມຂອງທ່ານຍາດໄດ້ໄຊຊະນະທີ່ການເລືອກຕັ້ງທົ່ວປະເທດໃນວັນທີ 7/5 ຜ່ານມາ. ພາກສ່ວນຂອງຄະນະລັດຖະບານໃໝ່ບໍ່ມີການປ່ຽນແປງຫຼາຍດ້ວຍບັນດາຕຳແໜ່ງຫຼັກແຫຼ່ງຍັງສືບຕໍ່ໄດ້ຮັບການຮັກສາໄວ້.