ອັງກິດພ້ອມແລ້ວທີ່ຈະຖອນອອກຈາກອີຢູ “ຕາມຮູບແບບອົດສະຕາລີ”

(VOVWORLD) -ລອນດອນ ພ້ອມແລ້ວທີ່ຈະຕັດຂາດການພົວພັນກັບສະຫະພາບເອີລົບ (ອີຢູ) ແລະ ສ້າງຕັ້ງການພົວພັນ “ຕາມບັນດາເງື່ອນໄຂຄືອົດສະຕາລີ”

ອັງກິດພ້ອມແລ້ວທີ່ຈະຖອນອອກຈາກອີຢູ “ຕາມຮູບແບບອົດສະຕາລີ” - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບປະກອບ: TTXVN)

ວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ກ່າວຄຳເຫັນກັບຄູ່ຮ່ວມຕຳແໜ່ງໂປໂລຍ Mateusz Morawiecki ວ່າ, ລອນດອນ ພ້ອມແລ້ວທີ່ຈະຕັດຂາດການພົວພັນກັບສະຫະພາບເອີລົບ (ອີຢູ) ແລະ ສ້າງຕັ້ງການພົວພັນ “ຕາມບັນດາເງື່ອນໄຂຄືອົດສະຕາລີ”, ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບອະນາຄົດຂອງການພົວພັນລະຫວ່າງ 2 ຝ່າຍ. ປະຈຸບັນ, ອົດສະຕາລີ ບໍ່ມີຂໍ້ຕົກລົງດ້ານການຄ້າຮອບດ້ານໃດກັບອີຢູ. ບັນດາການແລກປ່ຽນການຄ້າສ່ວນລະຫວ່າງອີຢູ ແລະ ອົດສະຕາລີ ລ້ວນແຕ່ປະຕິບັດຕາມບັນດາຂໍ້ກຳນົດຂອງອົງການການຄ້າໂລກ ເວັ້ນເສຍບາງຂໍ້ຕົກລົງພິເສດພວມມີຢູ່ແລ້ວກັບຈຳນວນສິນຄ້າໃດໜຶ່ງ.

ຕາມແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີອັງກິດ ແລ້ວ, ທ່ານນາຍົກລັດຖະມົນຕີ Boris Johnson ຖະແຫຼງວ່າ “ອັງກິດ ຈະດຳເນີນການເຈລະຈາທີ່ມີລັກສະນະສ້າງສັນ, ແຕ່ຕ້ອງມີຄວາມສະເໝີພາບ ແລະ ພ້ອມແລ້ວທີ່ຈະຢຸດຕິໄລຍະຂ້າມຜ່ານ ແລະ ສ້າງຕັ້ງການພົວພັນຕາມບັນດາເງື່ອນໄຂຄືດັ່ງ ອົດສະຕາລີ ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງ”.

ຕອບກັບ

ຂ່າວ/ບົດ​ອື່ນ