ອັງກິດ-ອາເມລິກາ ກຳນົດເວລາດຳເນີນການເຈລະຈາດ້ານການຄ້າຮອບຕໍ່ໄປ

(VOVWORLD) -ລັດຖະບານອັງກິດ ໃຫ້ຮູ້ວ່າ, ການເຈລະຈາດ້ານການຄ້າຮອບຕໍ່ໄປນີ້ລະຫວ່າງອັງກິດ ແລະ ອາເມລິກາ ຈະດຳເນີນໃນວັນທີ 08 ກັນຍາ ຈະມາເຖິງ.

ອັງກິດ-ອາເມລິກາ ກຳນົດເວລາດຳເນີນການເຈລະຈາດ້ານການຄ້າຮອບຕໍ່ໄປ - ảnh 1ທ່ານລັດຖະມົນຕີການຄ້າອັງກິດ Greg Hands

(ພາບ: The Sun)

ວັນທີ 03 ກັນຍາ, ລັດຖະບານອັງກິດ ໃຫ້ຮູ້ວ່າ, ການເຈລະຈາດ້ານການຄ້າຮອບຕໍ່ໄປນີ້ລະຫວ່າງອັງກິດ ແລະ ອາເມລິກາ ຈະດຳເນີນໃນວັນທີ 08 ກັນຍາ ຈະມາເຖິງ. ແຈ້ງການດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ລອນດອນ ພວມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງກັບ ວໍຊິງຕັນ ກ່ອນທີ່ຈະຮອດກຳນົດເວລາໃນບັນດາການເຈລະຈາພາຍຫຼັງ Brexit (ອັງກິດ ຖອນອອກຈາກສະຫະພາບເອີລົບ) ໃນທ້າຍປີນີ້.

          ຕາມທ່ານລັດຖະມົນຕີກະຊວງການຄ້າອັງກິດ Greg Hands ແລ້ວ, ຄະນະເຈລະຈາຂອງ 2 ປະເທດ ຈະມີການພົບປະກັນໃນອາທິດຈະມາເຖິງ ແລະ ລັດຖະບານອັງກິດ ພວມສົ່ງເສີມບັນດາການເຈລະຈາກັບຜູ້ຕາງໜ້າຂອງ 2 ພັກແມ່ນ ພັກສາທາລະນະ ແລະ ພັກປະຊາທິປະໄຕຂອງອາເມລິກາ ຈົນຮອດເວລາທີ່ວໍຊິງຕັນ ດຳເນີນການເລືອກຕັ້ງປະທານາທິບໍດີໃນເດືອນ ພະຈິກ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ