ກຳ່ປັ່ນດຳນ້ຳນິວເຄຼຍຂອງປະເທດ ອັງກິດ
(ພາບ: AFP/TTXVN)
(vovworld) - ວັນທີ 01/10 ກະຊວງປ້ອງກັນປະເທດ ອັງກິດ ໃຫ້ຮູ້ວ່າ: ໂຄງການຜະລິດບັນດາກຳ່ປັ່ນດຳນ້ຳນິວເຄຼຍໃໝ່ຂອງປະເທດນີ້ຈະເລີ່ມດຳເນີນ ດ້ວຍຄ່າລົງທຶນໃໝ່ແມ່ນປະມານ 1,7 ຕື້ USD ໂດຍກຸ່ມບໍລິສັດອຸດສາຫະກຳປ້ອງກັນຊາດ BAE Systems ຮັບຜິດຊອບ. ບ້ວງເງິນລົງທຶນນີ້ ຈະໜູນຊ່ວຍຄຳໝັ້ນສັນຍາຂອງລັດຖະບານ ເພື່ອແນໃສ່ສືບຕໍ່ຮັກສາໂຄງການ ນິວເຄຼຍ Trident ບົນທະເລ ແລະ ຕໍ່ກອງເຮືອຮົບໃໝ່ລວມມີກ່ຳປັ່ນດຳນ້ຳລູກສອນໄຟນຳວິຖີ Successor 4 ລຳ. BAE Systems ໃຫ້ຮູ້ວ່າ: ກ່ຳປັ່ນດຳນ້ຳໃໝ່ລຳທຳອິດ ຈະເຂົ້າການເຄື່ອນໄຫວໃນຕົ້ນປີ 2030.
ກ່ອນໜ້ານັ້ນ, ໃນວັນທີ 18/07 ຜ່ານມາ ຢູ່ສະພາຕ່ຳ ອັງກິດ, ທ່ານນາງ Theresa May ດ້ວຍຖານະເປັນນາຍົກລັດຖະມົນຕີຄົນໃໝ່ ໄດ້ຫວນຄືນບັນດາການປຶກສາຫາລືທີ່ກ່ຽວຂ້ອງເຖິງເລື່ອງຍົກລະດັບລະບົບອາວຸດນິວເຄຼຍ Trident ເພື່ອແນໃສ່ເພີ່ມທະວີກຳລັງແຮງໃຫ້ແກ່ການນາບຂູ່.