ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ຫວາງອີ ພວມຢູ່ຢ້ຽມຢາມ ອັງກິດ
ໄດ້ມີການພົບປະແລກປ່ຽນກັບທ່ານນາຍົກລັດຖະມົນຕີອັງກິດ David Cameron
(ພາບ: CFP)
(vovworld) – ວັນທີ 10/6, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ຫວາງອີ ພວມຢູ່ຢ້ຽມຢາມ ອັງກິດ ໄດ້ມີການພົບປະແລກປ່ຽນກັບທ່ານນາຍົກລັດຖະມົນຕີອັງກິດ David Cameron. ທີ່ການພົບປະ, ທ່ານ David Cameron ໃຫ້ຮູ້ວ່າ: ອັງກິດ ຢືດໝັ້ນຄວາມມານະພະຍາຍາມພັດທະນາການພົວພັນກັບຈີນ ແລະ ປາດຖະໜາຢາກກາຍເປັນຄູຮ່ວມມື, ຮ່ວມມືເປີດປະຕູຂອງ ຈີນ. ຕາມທ່ານ David Cameron ແລ້ວ, ລອນດອນ ໃຫ້ຄຳໝັ້ນສັນຍາຢ່າງຕັ້ງໜ້າຊຸກຍູ້ການຄ້າ 2 ຝ່າຍ, ສົ່ງເສີມວິສາຫະກິດ 2 ປະເທດລົງທຶນເຊິ່ງກັນ ແລະ ກັນ.
ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວາງອີ ຢັ້ງຢືນວ່າ: ການຢ້ຽມຢາມ ອັງກິດ ໃນປີນີ້ຂອງທ່ານປະທານປະເທດຈີນ ສືຈິນຜິງ ມີຄວາມໝາຍປະຫວັດສາດ, ກາຍເປັນຂີດໝາຍສຳຄັນໃນການພັດທະນາສາຍພົວພັນ ລະຫວ່າງ 2 ປະເທດ.