ອັງກິດແລະລັດເຊຍເຫັນດີຮ່ວມມືກັນຕ້ານIS

ອັງກິດແລະລັດເຊຍເຫັນດີຮ່ວມມືກັນຕ້ານIS - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron
ແລະ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin
(ພາບ​ປະ​ກອບ: PA)


(vovworld) - ໃນ​ການ​ໂອ້​ລົ​ມ​ທາງ​ໂທ​ລະ​​ສັບ ໃນ​ວັນ​ທີ 09/12, ລະ​ຫວ່າງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ແລະ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin, 2 ຝ່າຍ​ໄດ້​ເຫັນ​ດີ​ຮ່ວມ​ມື​ກັນ​ໃນ​ການ​ຕໍ່​ສູ້​, ຕ້ານອົງ​ການ​ກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ. ການ​ນຳ 2 ທ່ານ​ກໍ​ຖື​ວ່າ, ອັງ​ກິດ ແລະ ລັດເຊຍ ​ຄວນສົມ​ທົບ​ກັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ອື່ນ ເພື່ອ​ຮັບ​ມື​ກັບ IS ແລະ ໄພ​ພິ​ບັດ​ເຊິ່ງ​ອົງ​ການນີ້ກ​ໍ່​​ຂຶ້ນ, ກໍ​ຄືຶ​ໃນ​ວິ​ວັດ​ທະ​ນາ​​ການ​ ນຳມາ​ເຊິ່ງ​ສັນ​ຕິ​ພາບ​ໃຫ້ແກ່​ຊີ​ຣີ.

      ​ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່​ຊີ​ຣີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ຖື​ວ່າ, ຊີ​ຣີ​ຕ້ອງ​​ການມີ​ລັດ​ຖະ​ບານ​​ໜຶ່ງ​ທີ່ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາ​ກ​ປະ​ຊາ​ຊ​ົນ​ທຸກໆ​ຄົນ, ພ້ອມ​ທັງ​ຊີ້​ແຈ້​ງວ່າ, ລອນດອນ ຈະ​ສືບ​ຕໍ່​ຄັດ​ຄ້ານ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ທາ​ນາ​ທ​ິ​ບໍ​ດີ​ຊີ​ຣີ Bashar al Assad ບໍ່​ວ່າ​ໃນ​ລະ​ບອບ​ພາຍ​ຫຼັງ​ສົງ​ຄາມ​ໃດໆ​ຢູ່ Damacus.

ຂ່າວ/ບົດ​ອື່ນ