ອົງການກວດກາລັດຖະບານຫວຽດນາມຊຸກຍູ້ການຮ່ວມມືກັບອົງການຕິດຕາມກວດກາການບໍລິຫານອີຢິບ
(ອົງການກວດກາລັດຖະບານຫວຽດນາມຊຸກຍູ້ການຮ່ວມ
ມືກັບອົງການຕິດຕາມກວດກາການບໍລິຫານອີຢິບ)
(vovworld) - ໂດຍປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງອົງການກວດກາລັດຖະບານ ຫວຽດນາມ ແລະ ອົງການຕິດຕາມກວດກາການບໍລິຫານ ອີຢິບ (ACA) ໃນລະຫວ່າງວັນທີ 02 – 10/04, ຄະນະຜູ້ແທນຂະແໜງກວດກາ ຫວຽດນາມ ໂດຍທ່ານ ດັ້ງກົງຫວນ ຮອງຫົວໜ້າອົງການກວດກາລັດຖະບານ ເປັນຫົວໜ້າຄະນະ, ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຊີ້ນຳການບໍລິຫານວຽກງານກວດກາ, ຕິດຕາມກວດກາ ແລະ ປ້ອງກັນຕ້ານການສໍ້ລາດບັງຫລວງກັບອົງການຕິດຕາມກວດກາການບໍລິຫານ ອີຢິບ. ວັນທີ 04/04, ທ່ານ ດັ້ງກົງຫວນ ຮອງຫົວໜ້າອົງການກວດກາລັດຖະບານ ເຂົ້າຢ້ຽມຂ່ຳນັບທ່ານ Mohamed Erfan ປະທານອົງການຕິດຕາມກວດກາການບໍລິຫານ ອີຢິບ ແລະ ເຈລະຈາກັບທ່ານຮອງປະທານ Hesham Othmam. ນະທີ່ນີ້, ທ່ານ ດັ້ງກົງຫວນ ຮອງຫົວໜ້າອົງການກວດກາລັດຖະບານ ປາດຖະໜາວ່າ 2 ອົງການສືບຕໍ່ແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງວຽກງານບຳລຸງສ້າງ, ຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃຫ້ພະນັກງານຂະແໜງກວດກາ ຫວຽດນາມ ກໍ່ຄືຝ່າຍອົງການຕິດຕາມກວດກາການບໍລິຫານ ອີຢິບ. 2 ຝ່າຍພ້ອມກັນປຶກສາຫາລືບັນດາທິດທາງວຽກງານໃນໄລຍະຈະມາເຖິງ, ໃນນັ້ນ 2 ຝ່າຍເຫັນດີເປັນເອກະສັນຈະສົ່ງນັກຊ່ຽວຊານເກັ່ງຢູ່ບາງຂົງເຂດໄປນຳຄະນະ ເພື່ອເຂົ້າຮ່ວມບັນລະຍາຍ, ປຶກສາຫາລື ຫຼື ແລກປ່ຽນບົດຮຽນ.