ທ່ານ ຟຸ່ງກວັກຮ່ຽນ ຮອງປະທານສະພາແຫ່ງຊາດ
(ພາບ:thanhtra.com.vn)
(vovworld)- ໃນຕອນເຊົ້າ ວັນທີ 23/8, ທ່ານ ຟຸ່ງກວັກຮ່ຽນ ຮອງປະທານສະພາແຫ່ງຊາດ ໄດ້ມີການເຮັດວຽກ ກັບອົງການກວດສອບບັນຊີແຫ່ງລັດ. ທີ່ການເຮັດວຽກ, ທ່ານ ຟຸ່ງກວັກຮ່ຽນ ຮອງປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ: ອົງການກວດສອບບັນຊີແຫ່ງລັດ ຈຳເປັນຕ້ອງຍົກສູງຄວາມສາມາດ ໃນການເຄື່ອນໄຫວ, ຜົນບັງຄັບໃຊ້ດ້ານນິຕິກຳ, ຄຸນນະພາບ ແລະ ປະສິດທິຜົນ ການເຄື່ອນໄຫວ. ອົງການກວດສອບບັນຊີແຫ່ງລັດ ຕ້ອງເປັນເຄື່ອງມືທີ່ມີປະສິດທິຜົນ ຂອງປະເທດໃນການກວດກາ, ກວດກາຕິດຕາມຄຸ້ມຄອງ ແລະ ນຳໃຊ້ການເງິນ, ຊັບສິນຂອງລັດ. ດັ່ງນັນ, ຈຳເປັນຕ້ອງສ້າງ ອົງການກວດສອບບັນຊີແຫ່ງລັດ ທີ່ມີລະດັບວິຊາການສູງ, ທັນສະໄໝເທື່ອລະກ້າວ ກາຍເປັນອົງການກວດກາດ້ານການເງິນ ຂອງລັດ ມີຄວາມຮັບຜິດຊອບ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບບັນດາທຳນຽມ ແລະ ມາດຕະຖານສາກົນ.
ອົງການກວດສອບບັນຊີ ຕ້ອງເຄື່ອນໄຫວເປັນເອກະລາດ, ພຽງແຕ່ປະຕິບັດຕາມກົດໝາຍ. ກວດສອບຫຍັງ, ກວດກາຫຍັງ, ກໍ່ຕ້ອງບົນພື້ນຖານຂອງກົດໝາຍ ເພື່ອຊີ້ອອກຖືກ ຫຼື ຜິດ . ທີ່ສອງແມ່ນປະຕິບັດຖືກຕາມຂັ້ນຕອນ, ຮັບປະກັນໃຫ້ການເຄື່ອນໄຫວຢ່າງແໜ້ນແຟ້ນ. ຈາກເລື່ອງຍົກອອກແຜນການບັນຊີ, ສຳຫຼວດ, ຕະຫຼອດຮອດວິວັດແຫ່ງການກວດສອບ ແລະ ສະຫຼຸບຜົນການກວດສອບ, ແກ້ໄຂພາຍຫຼັງການກວດສອບ. ຂັ້ນຕອນຖືກແລ້ວ ແຕ່ວ່າຕ້ອງຖືເອົາປະສິດທິຜົນ, ຄຸນນະພາບເປັນຫຼັກ, ບໍ່ເຮັດແບບເປັນຮູບການ ແລະ ຕ້ອງກວດສອບບັນຫາຢ່າງເຖິງຖອງ.