ອົງການສືບສວນຝະລັງສືບຕໍ່ຊັນນະສູດຊາກເຮືອບິນແຕກທີ່ພົບເຫັນຢູ່ເກາະReunion

ອົງການສືບສວນຝະລັງສືບຕໍ່ຊັນນະສູດຊາກເຮືອບິນແຕກທີ່ພົບເຫັນຢູ່ເກາະReunion - ảnh 1

ຊອກ​ເຫັນ​ວັດ​ຖຸ​ຢູ່​ເກາະ Reunion (ພາບ: thenewdaily)

(vovworld) - ວັນ​ທີ 6/8, ວຽກ​ງານຊັນ​ນະ​ສູດຊາກ​ເຮືອບິນ​ແຕກ​ທີ່​ພົບ​ເຫັນ​ຢູ່​ເກາະ Reunion ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ທີ 2. ບັນດາ​ນັກ​ສືບສວນ ຝະລັງ ບໍ່​ຍົກ​ອອກ​ຂໍ້​ມູນ​ຂ່າວ​ໃດໆ​ນອກ​ເໜືອ​ຈາກ​ການ​ປະຕິ​ເສດ​ຂ່າວ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ມາ​ເລ​ເຊຍ ຊອກ​ເຫັນ​ວັດ​ຖຸບາງ​ຢ່າງ​ຄື: ຜ້າປູ​ຕັ່ງ, ປອງ​ຢ້ຽມ​ເຮືອບິນ​ ​ແລະ ວັດ​ຖຸ​ຕ່າງໆທີ່​ເຮັດ​ດ້ວຍ​ອາ​ລູມີ​ນຽມ ຢູ່​ເກາະ Reunion. ສື່​ມວນ​ຊົນ ​ຝະລັງ ຍັງ​ຄັດ​ສະ​ເໜີ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ທີ່​​ໄຈ້​ແຍກຄວາມ​ແຕກ​ຕ່າງ​ກັນ​ໃນ​ຄຳ​ຖະ​ແຫຼ​ງຕ່າງໆ ​ໂດຍ​ເຈົ້າ​ໜ້າ​ທີ່ ມາ​ເລ​ເຊຍ ​ແລະ ອົງການ​ໄອ​ຍະ​ການ ຝະລັງ ຍົກ​ອອກ​ມາ ​ກ່ອນໜ້າ​ນັ້ນ ຊຶ່ງ​ກ່ຽວຂ້ອງ​​ເຖິງ​ການຊັນ​ນະ​ສູດຊາກ​ເຮືອບິນ​ແຕກ​ ຈະ​ແມ່ນ​ຂອງ​ເຮືອບິນ MH370 ຂອງ​ບໍລິສັດ​ການບິນ ມາ​ເລ​ເຊຍ ​ແອ​ລາຍ ຫຼື​ບໍ່.

ຂ່າວ/ບົດ​ອື່ນ