(vovworld) – ວັນທີ 13/7, ຫ້ອງວ່າການອະທິໄອຍະການ ອີຢິບ ໃຫ້ຮູ້ວ່າ: ພວມດຳເນີນການສືບສວນບັນດາຄຳກ່າວຜູກໂທດຕ້ານຄືນທ່ານປະທານາທິບໍດີຜູ້ຖືກປົດຕຳແໜ່ງ Mohamed Morsi ພ້ອມກັບບັນດາຫົວໂປຂອງອົງການອ້າຍນ້ອງ ອິດສະລາມ (MB) ແລະ ຂອງພັກເສລີພາບ ແລະ ຍຸຕິທຳ (FJP) - ເຊິ່ງແມ່ນສາຂາການເມືອງຂອງ MB. ຕາມນັ້ນແລ້ວ, ທ່ານ Morsi ຖືກສືບສວນກ່ຽວກັບບັນດາຄຳກ່າວຜູກໂທດຄື: ເປັນນັກສືບ, ເຂັ່ນຂ້າຜູ້ແຫ່ຂະບວນປະທ້ວງ, ຊຸກຍູ້ການໃຊ້ຄວາມຮຸນແຮງ ແລະ ມີອາວຸດ. ປະຈຸບັນ, ທ່ານ Morsi ແລະ ຫົວໂປຂັ້ນສູງຂອງ MB ກໍ່ພວມປະເຊີນໜ້າກັບການສືບສວນອື່ນທີ່ກ່ຽວຂ້ອງເຖິງເຫດແຫກຄຸກ ໃນການລຸກຮືຂຶ້ນໂຄ້ນລົ້ມອຳນາດການປົກຄອງຂອງອະດິດປະທານາທິບໍດີ Hosni Mubarak ໃນຕົ້ນປີ 2011.
ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານທາງການ MENA ຂອງ ອີຢິບ ໄດ້ຄັດສະເໜີຄຳເວົ້າຂອງນາຍົກລັດຖະມົນຕີຊົ່ວຄາວ ທ່ານ Hazem El – Beblawi ໂດຍໃຫ້ຮູ້ວ່າ: ຄາດວ່າ, ຄະນະລັດຖະບານໃໝ່ຂອງ ອີຢິບ ຈະໄດ້ຮັບການສ້າງຕັ້ງໃນກາງອາທິດໜ້າ, ເຊິ່ງລວມມີສະມາຊິກ 30 ທ່ານ ພ້ອມກັບຮອງນາຍົກລັດຖະມົນຕີ 2 ທ່ານ ຮັບຜິດຊອບທາງດ້ານເສດຖະກິດ - ການປ້ອງກັນຄວາມສະຫງົບ. ລັດຖະມົນຕີຈຳນວນໜຶ່ງໃນປະຈຸບັນຈະສືບຕໍ່ດຳລົງຕຳແໜ່ງໃນຄະນະລັດຖະບານໃໝ່.