ອົງຄະນະພັກກຸ່ມບັນດາອົງການສູນກາງຜັນຂະຫຍາຍໜ້າທີ່ປີ2015

ອົງຄະນະພັກກຸ່ມບັນດາອົງການສູນກາງຜັນຂະຫຍາຍໜ້າທີ່ປີ2015 - ảnh 1
ທ່ານ ໂງວັນ​ຢຸ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) – ວັນ​ທີ 30/12, ຢູ່​ຮ່າ​ໂນ້ຍ, ​ອົງຄະ​ນະ​ພັກ​ກຸ່ມ​ບັນ​ດາ​ອົງ​ການ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 21, ສະ​ຫລຸບ​ວຽກ​ງານ​ປີ 2014, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015, ສະ​ຫລຸບ​ວຽກ​ງານກວດ​ກາ, ຕິດ​ຕາມກວດ​ກາ, ປະ​ຕິ​ບັດກົດ​ລະ​ບຽບ​ຂອງ​ພັກ​ໃນ​ປີ 2014 ແລະ ທິດ​ທາງ, ໜ​້າ​ທີ່​ວຽກ​ງານ​ປີ 2015, ລາຍ​ງານ​ສະ​ພາບ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) ກ່ຽວ​ກັບ​ການກໍ່​ສ້າງ​ພັກ​ປີ 2014 ຂອງ​​ອົງຄະ​ນະ​ພັກ​ກຸ່ມ​ບັນ​ດາ​ອົງ​ການ​ສູນ​ກາງ. ທ່ານ ໂງວັນ​ຢຸ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ​​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ. ນະ​ທີ່ນີ້, ທ່ານ ໂງວັນ​ຢຸ ເນັ້ນ​ໜັກ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ທ​ຸກ​ຂັ້ນ ແມ່ນບັ້ນ​ດຳ​​ເນີນຊີ​ວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ໃນ​ທົ່ວ​ພັກ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົນ. ດ້ວຍ​ໜ້າ​ທີ່​ວາງ​ອອກ​ຢ່າງ​ໜັກ​ໜ່ວງ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​​ແຕ່​ລະ​ຄົນຂອງ​ອົງ​ຄະ​ນະ​ພັກ​ກຸ່ມ​, ກ່ອນ​ອື່ນ​ໝົດ​ແມ່ນ​ການນ​ຳ​ຂັ້ນ​ສູງ, ພະ​ນັກ​ງານ​ຫຼັກ​ແຫຼ່ງທຸກ​ຂັ້ນ, ບັນ​ດາ​ຂະ​ແໜງ​ຕ້ອງ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ, ຄົບ​ຖ້ວນ​ຄຳ​ຮຽກ​ຮ້ອງ​ຮີບ​ດ່ວນ​ຂອງ​ໜ້າ​ທີ່ກໍ່​ສ້າງ, ປັບ​ປຸງ​ພັກ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ຕື່ນ​ຕົວ​ໃນ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈີ​ມິນ, ​ເປັນແບບ​ຢ່າງ​ນຳ​ໜ້າ​ໃນ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ງານ, ຄຸນ​ນະ​ທາດ​ການ​ເມືອງ, ກຳ​ລັງ​ຕໍ່​ສູ້, ຝຶກ​ຝົນຫຼໍ່ຫຼອມ​ບຸກ​ຄະ​ລິກ​ພາບ, ຈິດ​ໃຈ, ​ທ່າ​ທີ​ຮັບ​ໃຊ້​ພັກ, ຮັບ​ໃຊ້​ປະ​ຊາ​ຊົນ.

 


 

ຂ່າວ/ບົດ​ອື່ນ