ອັດ Festival ອາຊີບ ພື້ນເມືອງເຫ້ວປີ 2015
Festival ອາຊີບພື້ນເມືອງ ເຫ້ວ ປີ 2015
ພາບ:thanhnien.com.vn
|
(vovworld)- ພາຍຫລັງດຳເນີນໄປມາເປັນເວລາ 6 ວັນ ດ້ວຍການເຄື່ອນໄຫວຢ່າງຟົດຟື້ນຫລາຍຢ່າງ, Festival ອາຊີບພື້ນເມືອງ ເຫ້ວ ປີ 2015 ໄດ້ອັດລົງໃນຕອນຄ່ຳວັນທີ 2/5. Festival ອາຊີບພື້ນເມືອງ ເຫ້ວ ປີ 2015 ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະການກວ່າ 240 ຄົນທີ່ມາຈາກ 40 ຮາກຖານ, ໝູ່ບ້ານຫັດຖະກຳທີ່ພົ້ນເດັ່ນຂອງຫວຽດນາມ. ນອກນັ້ນ ຍັງມີການເຂົ້າຮ່ວມຂອງບັນດາປະເທດໃນໂລກ ດ້ວຍເຄື່ອງສິລະປະຫັດຖະກຳຕ່າງໆ. ໃນໂອກາດນີ້ ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ກວ່າ 100.000 ເທື່ອຄົນມາຢ້ຽມຊົມ. ທ່ານ ຫງວຽນດັງແທ້ງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ເຫ້ວ ໃຫ້ຮູ້ວ່າ:
“Festival ອາຊີບພື້ນເມືອງ ເພື່ອໂຄສະນາ ແລະ ແນະນຳບັນດາຈຸດວັດທະນະທຳຂອງໝູ່ບ້ານຫັດຖະກຳ. ພິເສດ ແມ່ນເຄື່ອງສິລະປະຫັດຖະກຳດີເດັ່ນ. ພວກຂ້າພະເຈົ້າຫວັງວ່າ ຜ່ານ Festival ອາຊີບພື້ນເມືອງ ຄັ້ງນີ້ ແມ່ນສ້າງສະພາບແວດລ້ອມດ້ານການຄ້າລະຫວ່າງບັນດາໝູ່ບ້ານຫັດຖະກຳ, ຊອກຫາສົ້ນອອກເພື່ອຈຳຫນ່າຍຜະລິດຕະພັນ.”