ອັດກອງປະຊຸມກາງ ສະໄໝກຸ່ມທີ່ປຶກສາ ບັນດານັກອຸປະຖຳໃຫ້ແກ່ ຫວຽດນາມ ປີ 2012

ອັດກອງປະຊຸມກາງ ສະໄໝກຸ່ມທີ່ປຶກສາ ບັນດານັກອຸປະຖຳໃຫ້ແກ່ ຫວຽດນາມ ປີ 2012 - ảnh 1
ອັດກອງປະຊຸມກາງສະໄໝ ກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ປີ 2012
(ພາບ: Thanh Dung)

(vovworld) - ຕອນ​ບ່າຍ​ວັນ​ທີ 5/6, ກອງ​ປະຊຸມ​ກາງ​ສະ​ໄໝ​ກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ປີ 2012 ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ນະຄອນ ດົງຮ່າ, ​ແຂວງ ກວາງ​ຈີ້. ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ, ບັນດາ​ນັກ​ອຸປະຖຳ, ບັນດາ​ອົງການ​ສາກົນ​​ມີ​ຄວາມເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ​ບັນດາ​ການ​ທ້າ​ທາຍ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຫຼຸດຜ່ອນ​ໄພພິບັດ​ທຳ​ມະ​ຊາດ ຢູ່​ທາງ​ພາກ​ກາງ​ຫວຽດນາມ ​ແລະ ມີ​ທິດ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ​ເວົ້າ​ລວມ ​ແລະ ພາກ​ກາງ​ເວົ້າ​ສະ​ເພາະ, ຈາກ​ນັ້ນ, ສົມທົບ​ກັນ​ສ້າງ​ນະ​ໂຍບາຍ ​ແລະ ​ແບ່ງປັນບັນດາ​ບັນຫາທີ່​ມີ​ຄວາມ​ສົນ​ໃຈ. ຜ່ານ​ການ​ໂອ້​ລົມ​ສົນທະນາ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ບາງ​ເນື້ອ​ໃນ​ໃນ​ການ​ຫຼຸ​ດຜ່ອນ​ຄວາມທຸກ​ຍາກ ​ແລະ ປ້​​ອງກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ.

        ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ Bui Quang Vinh ຢືນຢັນ​ວ່າ: ຫວຽດນາມ ຮັບ​ຮູ້​ບັນດາ​ຄຳ​ເຫັນ​ຂອງ​ບັນດາ​ນັກ​ອຸປະຖຳ, ບັນດາ​ອົງການ​ສາກົນ, ບັນດາ​ທ້ອງ​ຖີ່​ນ ​ແລະ ຈະ​ພິຈາລະນາ ​ເພື່ອ​ສາມາດ​ປັບປຸງ ​ໃນ​ການ​ວາງ​ແຜນ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຫຼຸດຜ່ອນ​ໄພພິບັດ​ທຳ​ມະ​ຊາດ. ທ່ານ​ລັດຖະມົນຕີ Bui Quang Vinh ​ເນັ້ນ​ໜັກ​ວ່າ:

“ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ມີ​ບັນດາ​ນະ​ໂຍບາຍ​ທີ່​ເໝາະ​ສົມ​ກ່ວາ ຈາກ​ບັນດາ​ບົດຮຽນ​ຂອງ​ບັນດາ​ນັກ​ອຸປະຖຳ ​ແລະ ຄຳ​ປຶກສາ​ຂອງບັນດາ​ອົງການ​ສາກົນ​. ພ້ອມ​ກັນ​ນັ້ນ ພວກ​ເຮົາ ກໍ່​ຮັບ​ຮູ້​ບັນດາ​ຄວາມ​ປາດ​ຖະໜາຈາກ​ທ້ອງ​ຖີ່​ນຕ່າງໆ, ​ເຊິ່ງ​ແມ່ນບ່ອນ​ຈັດ​ຕັ້ງ​ປະຕິບັດ. ​ແລະ ມັນ​ຈະ​ສ້າງ​ປະສິດທິ​ຜົນ​​ທີ່​ດີໃນ​ນະ​ໂຍບາຍ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ”

ຂ່າວ/ບົດ​ອື່ນ