ທ່ານນາຍົກລັດຖະມົນຕີ Najib Razak ກ່າວຄວາມເຫັນທີ່ພິທີ
(ພາບ: TTXVN)
(vovworld) - ຕອນຄຳ່ວັນທີ 22/11, ຢູ່ກົວລາລຳເປີ, ມາເລເຊຍ, ໄດ້ດຳເນີນພິທີອັດກອງປະຊຸມຂັ້ນສູງອາຊຽນຄັ້ງທີ 27 ແລະ ບັນດາກອງປະຊຸມກ່ຽວຂ້ອງ. ກ່າວຄວາມເຫັນທີ່ພິທີ, ນາຍົກລັດຖະມົນຕີ ປະເທດເຈົ້າພາບ ມາເລເຊຍ Najib Razak ໃຫ້ຮູ້ວ່າ, ວັນທີ 22/11, ບັນດາປະເທດສະມາຊິກອາຊຽນ ໄດ້ເປັນສັກຂີພິຍານພິທີປະກາດສ້າງຕັ້ງປະຊາຄົມອາຊຽນ, ພ້ອມທັງຮັບຮອງເອົາ ແລະ ລົງນາມໃນຖະແຫຼງການ ກົວລາລຳເປີ ກ່ຽວກັບວິໄສທັດອາຊຽນ 2025, ທິດທາງໃຫ້ອາຊຽນໃນ 10 ປີຈະມາເຖິງຢ່າງເປັນທາງການ. ສິ້ນສຸດພິທີອັດ, ທ່ານນາຍົກລັດຖະມົນຕີ Najib Razak ໄດ້ມອບຕຳແໜ່ງປະທານ ອາຊຽນ ໃຫ້ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງລາວ, ປະຊາຄົມອາຊຽນ ຈະສືບຕໍ່ພັດທະນາວັດທະນາຖາວອນ ແລະ ໃຫ້ຄຳໝັ້ນສັນຍາໜູນຊ່ວຍລາວໃນປີທີ່ລາວເປັນປະທານອາຊຽນ 2016.
ທີ່ກອງປະຊຸມຂ່າວພາຍຫຼັງພິທີອັດ, ທ່ານນາຍົກລັດຖະມົນຕີ ປະເທດເຈົ້າພາບ ມາເລເຊຍ Najib Razak ຢືນຢັນວ່າ, ກອງປະຊຸມຂັ້ນສູງອາຊຽນ 27 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໄດ້ສິ້ນສຸດລົງຢ່າງຈົບງາມ. ບັນດາການນຳອາຊຽນ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ຄວາມກ້າວໜ້າທີ່ບັນລຸໄດ້ໃນການປະຕິບັດວິວັດທະນາການອາຊຽນ (2009-2015). ຢືນຢັນຄຳໝັ້ນສັນຍາ ເພີ່ມທະວີຄວາມສາມັກຄີ, ເຮັດໃຫ້ສາຍພົວພັນໃນ 10 ປີຈະມາເຖິງເລິກເຊິ່ງ, ກວ້າງຂວາງກວ່າອີກ ດ້ວຍການປະຕິບັດຖະແຫຼງການກົວລາລຳເປີ ກ່ຽວກັບວິໄສທັດອາຊຽນ 2025. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ Najib Razak ໃຫ້ຮູ້ວ່າ ບັນດາການນຳອາຊຽນ ໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ກໍ່ຄືລະງັບໃຈ ໃນການຜັນຂະຫຍາຍການເຄື່ອນໄຫວຕ່າງໆໃຫ້ເໝາະສົມກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ບັນດາການນຳອາຊຽນ ກໍ່ເຫັນດີຍູ້ໄວການກໍ່ສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC), ພ້ອມທັງປະຕິບັດຖະແຫຼງການຂອງບັນດາຝ່າຍກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ.