ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 15 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12

(VOVWORLD) -ກອງປະຊຸມຄັ້ງນີ້ ບັນລຸໄດ້ຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ບັນດາເນື້ອໃນພື້ນຖານ ແລະ ພິເສດແມ່ນໃນນັ້ນ ໄດ້ຮັບຮອງເອົາການແນະນຳ, ເພີ່ມເຕີມ, ສະເໜີບຸກຄະລາກອນ “ພິເສດ” ເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 13 ແລະ ບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເຂົ້າບັນດາຕຳແໜ່ງນຳພາຫຼັກແຫຼ່ງຂອງພັກ ແລະ ລັດ ໃນອາຍຸການ ຊຸດທີ 13.
 ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 15 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12 - ảnh 1ພິທີອັດກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12

ຕອນເຊົ້າວັນທີ 17 ມັງກອນ, ຢູ່ສຳນັກງານສູນກາງພັກ, ກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ອັດລົງ. ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ ກອງປະຊຸມຄັ້ງນີ້ ບັນລຸໄດ້ຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ບັນດາເນື້ອໃນພື້ນຖານ ແລະ ພິເສດແມ່ນໃນນັ້ນ ໄດ້ຮັບຮອງເອົາການແນະນຳ, ເພີ່ມເຕີມ, ສະເໜີບຸກຄະລາກອນ “ພິເສດ” ເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 13 ແລະ ບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເຂົ້າບັນດາຕຳແໜ່ງນຳພາຫຼັກແຫຼ່ງຂອງພັກ ແລະ ລັດ ໃນອາຍຸການ ຊຸດທີ 13.

        ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍປຶກສາຫາລື ແລະ ເຫັນດີເປັນເອກະພາບຢ່າງສູງຕໍ່ໃບສະເໜີຂອງກົມການເມືອງ ກ່ຽວກັບຮ່າງບັນຊີລາຍຊື່ຄະນະປະທານ, ຄະນະເລຂາ ແລະ ຄະນະກວດກາຄຸນລັກສະນະ ຜູ້ແທນ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ສູນກາງກໍໄດ້ຮັບຮອງເອົາບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບເອກະສານທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຊຸດທີ 13, ກ່ຽວກັບວຽງານບຸກຄະລາກອນ ຄະນະບໍລິຫານງານສູນກາງພັກຊຸດທີ 13; ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບວຽກງານການເງິນຂອງພັກ ໃນອາຍຸການ 2016 – 2020. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢັ້ງຢືນວ່າ ກອງປະຊຸມຄັ້ງທີ 15 ຂອງຄະນະບໍລິຫານງານສູນກາງພັກ ກໍແມ່ນກອງປະຊຸມສຸດທ້າຍຂອງອາຍຸການຊຸດທີ 12 ໄດ້ປະສົບຜົນສຳເລັດຢ່າງຈົບງານ; ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກ ກໍປະຕິບັດສຳເລັດໂດຍພື້ນຖານ, ຖືກຕ້ອງຕາມຈຸດປະສົງ, ຄຳຮຽກຮ້ອງ ແລະ ແຜນການທີ່ໄດ້ວາງອອກ ໂດຍໄດ້ປະຕິບັດຢ່າງຮັດກຸ່ມ, ມີປະຊາທິປະໄຕ, ທ່ຽງທຳ, ພາວະວິໄສ, ມີແບບມີແຜນ ແລະ ມີຄວາມເປັນເອກະພາບຢ່າງສູງ.

ຕອບກັບ

ຂ່າວ/ບົດ​ອື່ນ