(ພາບປະກອບ)
(vovworld) - ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 26/02, ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ອັດລົງ. ກ່ອນທີ່ອັດກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳຄິດຄຳເຫັນກ່ຽວກັບໃບສະເໜີຂອງລັດຖະບານກ່ຽວກັບການຈັດແບ່ງທຶນພັນທະບັດລັດຖະບານໄລຍະ 2012 – 2015 ແລະ ປີ 2012 ໃຫ້ບາງໂຄງການສຳຄັນ, ຮີບດ່ວນໃນຂົງເຂດຄົມມະນາຄົມຂົນສົ່ງ, ສາທາລະນະສຸກ, ກະສິກຳ ແລະ ພັດທະນາຊົນນະບົດ. ມີຫຼາຍຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດໄດ້ຖືວ່າ ຕ້ອງຊັ່ງຊາ, ຈັດແບ່ງທຶນໃຫ້ແກ່ບັນດາໂຄງການເພື່ອເຮັດແນວໃດໃຫ້ເໝາະສົມ, ຕາມທິດໂຄງການໃດທີ່ຮີບດ່ວນກວ່າຈະໄດ້ຮັບບຸລິມະສິດລົງທຶນກ່ອນ.
ແລະໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ໃຫ້ຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸ່ງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການພັກອາໄສ. ມີຫຼາຍຄຳເຫັນໄດ້ເຫັນດີຄວາມຄຳເປັນຕ້ອງປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍດັ່ງກ່າວ, ເພື່ອແນໃສ່ແກ້ໄຂສະພາບການສວຍໃຊ້ບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍພັກອາໄສ ເພື່ອຂື້ນທະບຽນອາສຳມະໂນຄົວຢູ່ບັນດານະຄອນຂຶ້ນກັບສູນກາງ, ກໍໃຫ້ເກີດຄວາມສັບສົນຫຼາຍຢ່າງ.