ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວອັດກອງປະຊຸມ
ພາບ:VGP
|
(vovworld)- ຕອນບ່າຍວັນທີ 12/3, ກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກຊຸດທີ XII ໄດ້ອັດລົງພາຍຫລັງເຮັດວຽກມາເປັນເວລາ 3 ວັນ. ກ່າວຄຳປາໄສອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເນັ້ນຫນັກ ແລະ ເຮັດແຈ້ງບາງບັນຫາເພື່ອເປັນເອກະພາບໃນການຈັດຕັ້ງ, ການຊີ້ນຳປະຕິບັດ.
ກ່ຽວກັບໂຄງການເຮັດວຽກໃນທົ່ວສະໄຫມຂອງຄະນະບໍລິຫານງານສູນກາງຊຸດທີ XII, ສູນກາງໄດ້ເຫັນດີເປັນເອກະພາບຕໍ່ໃບຍື່ນສະເຫນີ ແລະ ແຜນຮ່າງລາຍການເຮັດວຽກ ແລະ ຖືວ່າ ແຜນຮ່າງໄດ້ຮັບການກະກຽມຢ່າງລະອຽດ, ເນື້ອໃນຮອບດ້ານ, ສະແດງໃຫ້ເຫັນຫົວເລື່ອງສະເພາະ, ແນວຄິດການຊີ້ນຳນຳພາ ແລະ ບັນດາຫນ້າທີ່ຈຸດສຸມໂດຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄດ້ວາງອອກ. ບັນດາບັນຫານຳເຂົ້າໂຄງການທົ່ວສະໄຫມແມ່ນບັນດາບັນຫາສຳຄັນ ແລະ ມີຄວາມຈຳເປັນທີ່ສຸດ, ແນໃສ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ.
ກ່ຽວກັບແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ ຄືແຕ່ປີ 2016 – 2020, ຄະນະບໍລິຫານງານສູນກາງ ໄດ້ຕີລາຄາສູງການກະກຽມ, ເຫັນດີຕໍ່ບັນດາຂໍ້ກຳນົດ, ການຕີລາຄາ, ຂໍ້ສະເຫນີທີ່ລະບຸໃນໃບຍື່ນສະເຫນີ. ສູນກາງເນັ້ນຫນັກເປັນພິເສດເຖິງຄວາມຈຳເປັນຕ້ອງສຸມໃສ່ບຸລິມະສິດໃຫ້ການລົງທຶນພັດທະນາກະສິກຳ, ຊາວກະສິກອນ ແລະ ຊົນນະບົດ, ປະຕິຮູບດ້ານບໍລິຫານ, ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດ, ປະຕິບັດບັນດາບຸກທະລຸຍຸດທະສາດ.
ບົນພື້ນຖານຊາບຊືມ ແລະປະຕິບັດທິດທາງວຽກງານບຸກຄະລາກອນໂດຍກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ຮັບຮອງເອົາຢ່າງສະເຫມີຕົ້ນສະເຫມີປາຍ. ທີ່ກອງປະຊຸມຄັ້ງນີ້ ສູນກາງໄດ້ປ່ອນບັດສະເຫນີບຸກຄະລາກອນສະໝັກຮັບເລືອກຕັ້ງບັນດາຕຳແຫນ່ງປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ ແມ່ນບັນດາຕຳແຫນ່ງການນຳຫລັກແຫລ່ງຂອງລັດ ດ້ວຍຈຳນວນບັດເຫັນດີຢ່າງສູງ.