(vovworld) – ພາຍຫຼັງເຮັດວຽກມາເປັນເວລາກວ່າ 2 ວັນ, ຕອນເຊົ້າວັນທີ 16/07, ກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດໄດ້ອັດລົງ. ກ່ອນໜ້ານັ້ນ, ເມື່ອໃຫ້ຄຳເຫັນຕີລາຄາໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີໂດຍຖືວ່າ ກອງປະຊຸມສະໄໝສາມັນເທື່ອທີ 7 ໄດ້ສຳເລັດລາຍການທີ່ໄດ້ວາງອອກ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ, ສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກເພື່ອພັດທະນາປະເທດຊາດ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ສະພາແຫ່ງສາດສືບຕໍ່ປັບປຸງ, ປ່ຽນໃໝ່ໃນວິວັດການກະກຽມ, ຈັດຕັ້ງ ແລະ ຊີ້ນຳກອງປະຊຸມ; ພ້ອມກັນນັ້ນແມ່ນວຽກງານບໍລິຫານກໍ່ມີວິທະຍາສາດ, ມີໄຫວພິບ, ຮັບປະກັນລັກສະນະປະຊາທິປະໄຕ, ກຳນົດທິດການປຶກສາຫາລືບັນດາບັນຫາຈຸດສຸມ, ເສີມຂະຫຍາຍຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດ.
ກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 8, ມີຫຼາຍຄຳເຫັນຖືວ່າ ນີ້ແມ່ນກອງປະຊຸມມີຈຳນວນວຽກງານຢ່າງຫຼວງຫຼາຍ, ຈຸດສຸມແມ່ນພິຈາລະນາ, ຕົກລົງບັນດາບັນຫາເສດຖະກິດສັງຄົມ, ງົບປະມານຂອງລັດ… ປີ 2014 ແມ່ນປີທຳອິດທີ່ຜັນຂະຫຍາຍການປະຕິບັດລັດຖະທຳມະນູນໃໝ່, ສະນັ້ນ ວຽກງານສ້າງກົດໝາຍ, ກວດກາ, ປັບປຸງ, ເພີ່ມເຕີມ, ປະກາດໃຊ້ບັນດາເອກະສານນິຕິກຳໃໝ່ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີວ່າ.
“ກອງປະຊຸມຄັ້ງນີ້ ມີຮ່າງກົດໝາຍ 16 – 17 ສະບັບໄດ້ຮັບການຮັບຮອງ ແມ່ນຫຼາຍກວ່າເມື່ອທຽບໃສ່ກອງປະຊຸມຄັ້ງກອນ ທັງແມ່ນກອງປະຊຸມທີ່ຮັບຮອງບັນດາກົດໝາຍພາຍຫຼັງລັດຖະທຳມະນູນ. ສະເໜີໃຫ້ຄະນະປະຈຳຊາບຊຶມຈິດໃຈປະຕິບັດລັດຖະທຳມະນູນ, ອະທິປາຍລັດຖະທຳມະນູນ. ໄລຍະຜ່ານມາ ພວກເຮົາໄດ້ພິຈາລະນາບັນດາຮ່າງກົດໝາຍຄື ຮ່າງກົດໝາຍວ່າດ້ວຍສະພາແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍສານ, ຮ່າງກົດໝາຍວ່າດ້ວຍໄອຍະການ ບົນຈິດໃຈທີ່ໄດ້ຊາບຊຶມ. ກົດໝາຍວ່າດ້ວຍບັດປະຈຳຕົວ, ກົດໝາຍວ່າດ້ວຍສຳມະໂນພົນລບະເມືອງ, ສິດເສລີຂອງພົນລະເມືອງຕ້ອງຮັບປະກັນຈິດໃຈຮັບໃຊ້ປະຊາຊົນ”.