ອັດກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11

(vovworld) - ​ຕອນ​ເຊົ້າວັນ​ທີ 15/5, ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ​ໄດ້​ອັດ​ລົງ​ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 9 ວັນ, ທ່ານ​ເລ​ຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ​ Nguyen Phu Trong ​ໄດ້​ເຮັດ​ໃຫ້​ຈະ​ແຈ້ງ​ບາງ​ບັນຫາ ​ແລະ ສະຫຼຸບ​ໂດຍ​ສັງ​ເຂ​ບ​ບັນດາ​ໝາກຜົນ​ສຳຄັນ​ເຊິ່ງກອງ​ປະຊຸມ​ບັນລຸ​ໄດ້. ກ່ຽວ​ກັບ​ການ​ສະຫຼຸບ, ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ເນື້ອ​ໃນ​ໃຫຍ່, ມີ​ຄວາມ​ສຳຄັນ​ພິ​ເສດ​ຂອງກອງ​ປະຊຸມຄັ້ງ​ນີ້. ກ່ຽວ​ກັບ​ວິວັດ​ການ​ປັບປຸງ​ລັດຖະທຳ​ມະນູນ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ: ຄວນ​ດຳ​ເນີນ​ຢ່າງ​ແໜ້ນ​ແຟ້ນ, ມີວິທະຍາສາດ, ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ຈັດ​ຕັ້ງ​ຢັ້ງ​ຄວາມ​ເຫັນ​ຈາກ​ປະຊາຊົນ​ຢ່າງ​ກ້ວາງ​ຂວາງ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ປັບປຸງ, ​ເພື່ອ​​ໃຫ້ສະພາ​ແຫ່ງ​ຊາດ​ມີ​ພື້ນຖານ​ຢ່າງ​ຄົບ​ຖ້ວນ​​ເພື່ອ​ພິຈາລະນາ, ຕັດສິນ.

        ກ່ຽວ​ກັບ​ການ​ສ້າງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ໃຫ້​ສົມ​ບູນ​ແບບ, ກອງ​ປະຊຸມ​ສືບ​ຕໍ່​ຢືນຢັນ​ວ່າ​: ທີ່​ດິນ​ແມ່ນ​ຂຶ້ນ​ກັບ​ການ​ຄອບ​ຄອງ​ຂອງທົ່ວ​ປວງ​ຊົນ ​ໂດຍ​ລັດ​​ຕາງໜ້າ​ເຈົ້າ​ຂອງ​ກຳມະ​ສິດ ​ແລະ ​ເປັນ​​ເອກະສັນ​ກັນ​ໃນ​ການ​ຄຸ້ມ​ຄອງ. ສິດ​ນຳ​ໃຊ້​ທີ່​ດິນ​ກໍ​ແມ່ນ​ຊັບ​ສິນ​ປະ​ເພດ​ໜຶ່ງ ​ແລະ ​ເປັນສິນຄ້າ​ພິ​ເສດ​ແຕ່​ບໍ່​ແມ່ນ​ກຳມະສິດ. ກອງ​ປະຊຸມ​ຖື​ວ່າ: ຄວນ​ຄົ້ນ​ຄ້ວາປັບປຸງ, ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ສ້າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ໃຫ້​ສົມບູນ​ແບບ. ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ຄວາມ​ອ່ອນ​ດ້ອຍ​ທີ່​ຍັງ​ຄົງ​ຄ້າງ​ໃນ​ປະຈຸ​ບັນ​​ໂດຍ​ໄວ, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃນ​ຕໍ່ໜ້າ ​ແລະ ຍາວ​ນານ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມຊີວະ​ພາບ, ສືບ​ຕໍ່​ປະຕິບັດ​ການ​ມອບ​ດິນ, ​ໃຫ້ບັນດາ​ຄອບຄົວ, ສ່ວນ​ບຸກຄົນ​ເຊົ່າ​ດິນ​ກະສິກຳ​ໂດຍ​ມີ​ກຳນົດເວລາ ​ແຕ່​ວ່າ​ອາດ​ຈະ​ແກ່ຍາວ​ກຳນົ​ດ​ເວລາ​ຕື່ມ​ອີກ ​ເພື່ອ​ສົ່ງ​ເສີມ​ຊາວ​ກະສິກອນ​ຜູກ​ພັນ​ກັບ​ການ​ຜະລິດ​ກະສິກຳ.

ອັດກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 - ảnh 1
ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຖືກອັດລົງພາຍຫຼັງເຮັດວຽກມາເປັນເວລາ 9 ວັນ

ກ່ຽວ​ກັບ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນຖື​ວ່າ: ​ວຽກ​ງານ​ປ້ອງ​ກັນ, ຕ້ານ​​ໄພ​ສໍ້​ລາ​ດບັງ​ຫຼວງ, ການ​ຟຸມ​ເຟືອຍ​ຍັງບໍ່​ທັນ​ບັນລຸ​ໄດ້​ຄວາມ​ຕ້ອງການ “ສະກັດ​ກັ້ນ, ຍູ້​ໄພ​ສໍ້​ລາ​ດບັງ​ຫຼວງ​ໃຫ້​ຖອຍ​ໄປ​​ເທື່ອ​ລະ​ກ້າວ”. ສູນ​ກາງ​ພັກ​ເນັ້ນ​ໜັກ​ວ່າ: ຕ້ອງ​ຢືດໝັ້ນ ​ແລະ ຍູ້​ແຮງ​ໜ້າ​ທີ່​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອ​ຍ, ຍົກ​ສູງ​ບົດບາດ​ໜ້າ​ທີ່​ຂອງ​ຄະນະ​ພັກ​, ອຳນາດ​ການ​ປົກຄອງຂັ້ນຕ່າງໆ ​ແລະ ຜູ້​ເປັນ​ຫົວໜ້າຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ: ​ແຜນ​ນະ​ໂຍບາຍ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ທີ່​ຂຶ້ນ​ກັບ​ກົມ​ການ​ເມືອງ, ສ້າງ​ຕັ້ງ​ຄະນະວຽກ​ງານ​ການ​ເມືອງສູນ​ກາງຄືນ​ໃໝ່, ທັງ​ປະຕິບັດ​ບົດບາດ​ໜ້າ​ທີ່​ແມ່ນອົງການ​ພັກ, ພ້ອ​ມທັງ​ແມ່ນ​ອົງການ​ປະຈຳ​ການຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ສໍ​້ລາດ​ບັງ​ຫຼວງ.

        ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຮຍກຮ້ອງ​ວ່າ: ຕ້ອງ​ຖື​ເລື່ອງ​ປົວ​ແປງ, ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຜູ້​ມີ​ຄຸນງາມຄວາມດີຕໍ່​ປະ​ເທດ​ຊາດຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ຮັບປະກັນ​ຊີວິດ​ສັງຄົ​ມ​ແມ່​ໜ້າ​ທີ່​ເປັນ​ປະຈຳ, ສຳຄັນ​ຂອງ​​, ທຸກຂະ​ແໜງ​ການຂັ້ນຕ່າງໆ, ຂອງ​ທັງ​ລະບົບ​ການ​​ເມືອງ ​ແລະ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ສັງ​ຄົມ. ສູ້​ຊົນ​ຮອດ​ປີ 2015, ສ້າງ​ສຳ​ເລັດຈຸດໝາຍ​ຮັບປະກັນ​ໃຫ້​ບັນດາ​ຄອບຄົວ​​ຜູ້​ມີ​ຄຸນງາມຄວາມດີຕໍ່​ປະ​ເທ​ດຊາດ​ມີ​ລະດັບ​ຄອງ​ຊີບ​ເທົ່າ​ກັບ​ລະດັບ​ສະ​ເລ່ຍຂອງ​ປະຊາຊົນ​ໃນ​ບໍລິ​ເວັນ​ໂດຍ​ພື້ນຖານ, ຮອດ​ປີ 2020 ຮັບປະກັນ​ຊີວິດ​ສັງ​ຄົມ​​ແກ່​ທົ່ວ​ປວງ​ຊົນ, ຮັບປະກັນ​ດ້ານລາຍ​ຮັບ, ການ​ສຶກສາ, ສາທາລະນະ​ສຸກ, ​ເຮືອ​ນຢູ່.​.​.​

 

ຂ່າວ/ບົດ​ອື່ນ