(ພິທີອັດກອງປະຊຸມຄັ້ງທີ12ຄະນະບໍລິຫານງານສູນ
ກາງພັກກອມມູນິດຫວຽດນາມຊຸດທີ11)
(vovworld) – ຕອນບ່າຍວັນທີ 11/10, ກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 ໄດ້ສຳເລັດບັນດາເນື້ອໃນທັງໝົດທີ່ແຜນການໄດ້ວາງອອກ ພາຍຫລັງດຳເນີນມາເປັນເວລາ 7 ວັນ. ໃນກອງປະຊຸມຄັ້ງນີ້ ສູນກາງພັກໄດ້ເປັນເອກະພາບກ່ຽວກັບທິດທາງການປະຕິບັດໜ້າທີ່ ພັດທະນາເສດຖະກິດ - ສັງຄົມປີ 2015, ແຜນພັດທະນາເສດຖະກິດ - ສັງຄົມປີ 2016. ກ່ຽວກັບວຽກງານບຸກຄະລາກອນກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ສູນກາງພັກໄດ້ປຶກສາຫາລືຢ່າງປະຊາທິປະໄຕ, ພາວະວິໄສ, ມີຄວາມທຽງທຳ, ຮອບດ້ານກ່ຽວກັບບັນຊີລາຍຊື່ບຸກຄະລາກອນໃໝ່ທີ່ໄດ້ຮັບການແນະນຳເຂົ້າຮ່ວມຄະນະບໍລິຫານງານສູນກາງພັກຊຸດທີ 12 ແລະ ບັນດາວິທີການເລືອກເຟັ້ນ, ພ້ອມທັງໄຈ້ແຍກຕີລາຄາປະກອບຄຳຄິດຄຳເຫັນເພີ່ມເຕີມ ໃສ່ບົດລາຍງານ ແລະ ວິທີການບຸກຄະລາກອນ. ກ່າວຄຳເຫັນອັດກອງປະຊຸມຄັ້ງທີ12ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນໜັກວ່າ:
“ ເລື່ອງຈັດຕັ້ງປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງນີ້ເປັນຢ່າງດີ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສຳເລັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2015 ຢ່າງມີໄຊ, ສ້າງ ແລະ ປະຕິບັດແຜນພັດທະນາເສດຖະກິດ - ສັງຄົມປີ 2016, ປະຕິບັດວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 12 ເປັນຢ່າງດີ, ປະກອບສ່ວນຮັບປະກັນຜົນຍສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ຊີ້ນຳນຳພາຢ່າງທັນການ ແລະ ຖືກຕ້ອງກ່ຽວກັບການເລືອກຕັ້ງສະພາແຫ່ງຊາດຊຸດທີ 14 ແລະ ການເລືອກຄັ້ງສະພາປະຊາຊົນຄັ້ງຕ່າງໆ ອາຍຸການ 2016 – 2021, ປັບປຸງເພີ່ມທະວີການຈັດຕັ້ງກົງຈັກລັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ໄລຍະ 2016 - 2021”.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເໜີກຳມະການສູນກາງພັກແຕ່ລະສະຫາຍຈົ່ງເຊີດຊູຈິດໃຈຮັບຜິດຊອບ, ເປັນແບບຢ່າງນຳໜ້າໃນການປະຕິບັດ ແລະ ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ບັນດາມະຕິຂອງສູນກາງພັກເປັນຢ່າງດີ.