ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳປາໄສອັດກອງປະຊຸມ
|
(vovworld) - ພາຍຫລັງເຮັດວຽກມາເປັນເວລາ 7 ວັນ, ຕອນບ່າຍວັນທີ 14/5, ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ໄດ້ອັດລົງ, ຊື່ງສຳເລັດທັງໝົດເນື້ອໃນແຜນການທີ່ໄດ້ວາງອອກ. ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ເປັນປະທານກອງປະຊຸມ ແລະ ມີບົດກ່າວປາໄສສຳຄັນອັດກອງປະຊຸມ.
ກອງປະຊຸມໄດ້ພິຈາລະນາໝາກຜົນແຫ່ງການສະຫລຸບມະຕິສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ແລະ ເຫັນດີປະກາດໃຊ້ມະຕິສະບັບໃຫມ່ກ່ຽວກັບການສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ.
ກອງປະຊຸມສູນກາງຄັ້ງທີ 9 ໄດ້ເຫັນດີກ່ຽວກັບແນວຄິດຊີ້ນຳນຳພາ, ກຳນົດທິດສ້າງໂຄງການການເມືອງ ແລະ ບັນດາຮ່າງເອກະສານໃຫ້ສົມບູນແບບເພື່ອຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ: ໂດຍຮັບຮູ້ໄດ້ຢ່າງຈະແຈ້ງບັນດາຂໍ້ສະດວກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍພວມວາງອອກ ແລະ ອະທິປະໄຕ, ນະໂຍບາຍ, ມາດຕະການຄວນນຳໃຊ້ ເພື່ອຮັກສາເອກະລາດ, ອະທິປະໄຕ, ຄວາມສະຫງົບແຫ່ງຊາດ, ຜືນແຜນດິນອັນຄົບຖ້ວນ ແລະ ສັນຕິພາບ, ສະຖຽນລະພາບແກ່ການພັດທະນາ.
ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ:
“ສູນກາງພັກໄດ້ປະກອບຫລາຍຄຳຄິດຄຳເຫັນລະອຽດ, ຖືກຕ້ອງຊັດເຈນໃສ່ຫນັງສືຍື່ນສະເຫນີ ແລະ ຮ່າງຄຳສັ່ງຂອງກົມການເມືອງ. ພ້ອມທັງເນັ້ນຫນັກວ່າ: ນີ້ແມ່ນວຽກງານສຳຄັນ ຄວນໄດ້ຮັບການຜັນຂະຫຍາຍປະຕິບັດໂດຍໄວ ດ້ວຍເນື້ອໃນຈິດໃຈສືບຕໍ່ປ່ຽນໃຫມ່ຕາມທິດແທດຈິງ,ມີປະສິດທິຜົນ,ເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການຮັກສາຫລັກການ, ກົດລະບຽບຂໍ້ບັງຂັບຂອງພັກ, ຮັບປະກັນຄວາມສາມັກຄີ, ຍົກສູງກຳລັງຄວາມສາມາດການຊີ້ນຳນຳພາ, ກຳລັງຕໍ່ສູ້ຂອງບັນດາອົງການຈັດຕັ້ງພັກ.”
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວ່າ: ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກ ໄດ້ສຳເລັດຢ່າງຈົບງາມ, ຫນ້າທີ່ວາງອອກແຕ່ນີ້ຮອດທ້າຍ ອາຍຸການຊຸດທີ 11 ແມ່ນຫນັກຫນ່ວງທີ່ສຸດ. ເສດຖະກິດສັງຄົມ ເຖິງວ່າມີການຫັນປ່ຽນຢ່າງຕັ້ງຫນ້າ, ຖືກຕ້ອງກັບທິດທາງກໍຕາມ ແຕ່ຍັງສືບຕໍ່ຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກສິ່ງທ້າທາຍຫລາຍຢ່າງ. ວຽກງານກໍ່ສ້າງພັກ, ສ້າງລະບົບການເມືອງ, ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11, ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງບັນລຸໄດ້ບັນດາໝາກຜົນສຳຄັນໃນເບື້ອງຕົ້ນ ແຕ່ຍັງມີຂໍ້ຈຳກັດ, ຄວາມອ່ອນດ້ອຍບໍ່ແມ່ນຫນ້ອຍ.
ສິ້ນສຸດບົດກ່າວປາໄສ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ: ສະພາບການຢູ່ທະເລຕາເວັນອອກປະຈຸບັນພວມຜັນແປໄປຢ່າງສັບສົນ, ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ຕ້ອງທຸ່ນທ່ຽງ, ສະຫລາດສະຫລຽວ, ເພີ່ມທະວີຄວາມສາມັກຄີ, ເປັນຈິດຫນຶ່ງໃຈດຽວ, ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດ ພ້ອມທັງຮັກສາສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.
ແຈ້ງຂ່າວກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄັ້ງທີ9ຊຸດທີ11
(vovworld)- ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄັ້ງທີ 9 ຊຸດທີ 11 ດຳເນີນໄປແຕ່ວັນທີ 8- 14/5/2014 ຢູ່ ນະຄອນຫລວງຮ່າໂນ້ຍ. ກອງປະຊຸມໄດ້ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບ: ການສະຫລຸບການປະຕິບັດມະຕິສູນກາງຄັ້ງທີ 5 ຊຸດທີ 8 ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ສ້າງບັນດາຮ່າງເອກະສານໃຫ້ສົມບູນແບບເພື່ອຍື່ນ ສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ກຳນົດທິດທາງຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ຂໍ້ກຳນົດກົດລະບຽບການເລືອກຕັ້ງໃນພັກ; ການລົງຄະແນນສຽງໄວ້ວາງໃຈຕາມເນື້ອໃນຈິດໃຈມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບການກໍ່ສ້າງພັກ, ສະຫລຸບການປະຕິບັດທົດລອງບໍ່ຈັດຕັ້ງສະພາປະຊາຊົນເມືອງ, ຕາແສງ ແລະ ບາງບັນຫາສຳຄັນອື່ນ.
ຄະນະບໍລິຫານງານສູນກາງພັກ ໄດ້ຮັບຮູ້ວ່າ: ໝາກຜົນພົ້ນເດັ່ນພາຍຫລັງ 15 ປີ ແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບວັດທະນະທຳ ມີບາດກ້າວປ່ຽນໃຫມ່, ພັດທະນາ. ບົດບາດຂອງວັດທະນະທຳນັບມື້ນັບສະແດງໃຫ້ເຫັນຢ່າງຈະແຈ້ງ, ມີຫລາຍຄຸນຄ່າວັດທະນະທຳຂອງຊາດໄດ້ຮັບການເສີມຂະຫຍາຍ. ສິດເສລີໃນການເຊື່ອຖື, ການເຫລື້ອມໃສສາສະຫນາ ແລະ ການເຄື່ອນໄຫວວັດທະນະທຳຈິດວິນຍານຂອງປະຊາຊົນໄດ້ຮັບປະກັນ. ຄະນະບໍລິຫານງານສູນກາງພັກ ເຫັນດີ ປະກາດໃຊ້ມະຕິ“ກ່ຽວກັບການສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ.”
ໃນບົດແຈ້ງຂ່າວຍັງຊີ້ແຈ້ງວ່າ: ຄະນະບໍລິຫານງານສູນກາງພັກ ໄດ້ຕິດຕາມສະພາບການ, ຮັບຟັງບົດລາຍງານຂອງບັນດາອົງການກ່ຽວຂ້ອງກ່ຽວກັບການປະຕິບັດບັນດາແຜນນະໂຍບາຍ, ມາດຕະການຂອງຫວຽດນາມ ຄັດຄ້ານ, ຕໍ່ສູ້, ຮຽກຮ້ອງໃຫ້ຝ່າຍຈີນ ຕ້ອງຢຸດຕິການຕັ້ງຮ້ານເຈາະນ້ຳມັນ ໄຮ່ຢາງ 981 ຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ແລະ ຢືນຢັນ: ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ຈົ່ງສາມັກຄີເປັນຈິດຫນ່ືງໃຈດຽວ, ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນຂອງປະເທດຊາດ, ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ຄວາມຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982, ຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ ຫວຽດນາມ ແລະ ຈີນ, ພ້ອມທັງຮັກສາສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດແບບຍືນຍົງ.