ບັນດາຜູ້ແທນເຂົ້າຮ່ວມພິທີອັດກອງປະຊຸມພາກພື້ນ
ອາຊີ - ປາຊີຟິກ ສາມັກຄີກັບ ກູບາ ຄັ້ງທີ7
(ພາບ: TTXVN)
(vovworld) – ພາຍຫລັງ ເຮັດວຽກມາເປັນເວລາ 2 ມື້, ວັນທີ 9/9 ຢູ່ຮ່າໂນ້ຍ, ກອງປະຊຸມພາກພື້ນ ອາຊີ - ປາຊີຟິກ ສາມັກຄີກັບ ກູບາ ຄັ້ງທີ 7 ໄດ້ອັດລົງ ແລະ ອອກຖະແຫຼງການ ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີອັດກອງປະຊຸມ, ທ່ານ ຫວູຊວນຮົ່ງ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃຫ້ຮູ້ວ່າ: ກອງປະຊຸມນີ້ໄດ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີກັບ ກູບາ ໃນສະພາບການໃໝ່. ໃນການເຮັດວຽກເປັນເວລາ 2 ມື້, ຜູ້ແທນ 220 ທ່ານທີ່ມາຈາກ 18 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ໄດ້ແບ່ງປັນບັນດາບົດຮຽນອັນລ້ຳຄ່າ, ຢືນຢັນນ້ຳໃຈສາມັກຄີກັບ ກູບາ, ສະເໜີຂໍ້ລິເລີ່ມຫລາຍຢ່າງ ໂດຍຜ່ານບັນດາການເຄື່ອນໄຫວສື່ສານ, ສືບຕໍ່ພັດທະນາຂະບວນການສາມັກຄີ, ມິດຕະພາບກັບ ກູບາ. ທ່ານ ຫວູຊວນຮົ່ງ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ກໍໃຫ້ຮູ້ວ່າ: ຖະແຫຼງການ ຮ່າໂນ້ຍ ໄດ້ຮັບການຮັບຮອງເອົາໃນວັນທີ 9/9/2015 ສະແດງໃຫ້ເຫັນຄວາມຈົ່ງຮັກພັກດີກັບມູນເຊື້ອ, ເຈດຈຳນົງ ແລະ ຫົວຄິດປະດິດສ້າງໃນການຮັກສາ ແລະ ພັດທະນາຂະບວນການສາມັກຄີກັບ ກູບາ ຢູ່ພາກພື້ນກໍຄືຢູ່ໃນໂລກ.